Chuyện con voi


ເລື່ອງ ຊ້າງ


     ໃນ​ຄອກ​ຊ້າງ​ຂອງ​ວັງ​ແຫ່ງ​ໜຶ່ງ​ມີ​ຊ້າງ​ເຜືອກ​ໜຸ່ມ​ໂຕ​ໜຶ່ງ. ນັບແຕ່​ບູຮານ​ມາ​ເພິ່ນ​ລ້ຽງ​ຊ້າງ​ເຜືອກ​ເພື່ອ​ເປັນ​ຄູ່​ບາ​ລະ​ມີ​ຂອງ​ພະຍາ​ ໂດຍ​ມີ​ຄວານ​ເກັ່ງ​ຫຼາຍ​ຄົນ​ຊ່ວຍ​ກັນ​ດູ​ແລ. ຝືກຊ້ອມ, ​ເຂົາ​ເຈົ້າ​ອາບ​ນໍ້າ​ໃຫ້​ມັນ​ກ່ອມ​ໃຫ້​ມັນ​ນີ້ມ​ແອບ​ມັນ​ໃຫ້​ເປັນ​ພາຫະ​ນະ​ ຂອງ​ພະຍາ​ໃນ​ພິທີ​ກໍາ ​ແລະ​ ງານ​ແຫ່​ແຫນ​ຕ່າງ​ໆ.​ ເພິ່ນ​ແພງ​ມັນ​ເໝືອນດັ່ງ​ຄໍາ​ ລູບ​ຄໍາ​ມັນ​ຢ່າງ​ນີ້ມ​ນວນ ​ແລະ ​ເວົ້າ​ກັບ​ມັນ​ດ້ວຍ​ຄໍາ​ເວົ້າ​ອອ່ນ ນວນ ມ່ວນ​ຫູ.​ ແຕ່​ໃນ​ໄລຍະ​ນັ້ນ​ພວກ​ໂຈນ​ທັງ ຫຼາຍ​ໄດ້​ລອບ​ເອົາ​ຄອກ​ຊ້າງ​ນັ້ນ​ເປັນ​ບອ່ນສຸມ​ຫົວ​ເພື່ອ​ແບ່ງປັນ​ສິ່ງ​ຂອງ​ ທີ່​ປຸ້ນ​ລັກ​ມາ​ໄດ້. ທໍາ​ມະ​ຊາດ​ແລ້ວ​ພວກ​ໂຈນ​ມັກ​ໃຊ້​ຄວາມ​ຮຸນ​ແຮງ​ ແລະ ​ເວົ້າ​ຮ້າຍ​ນໍາ​ກັນ. ຍິ່ງ​ເມື່ອ​ພວກ​ເຂົາ​ບໍ່​ເຫັນ​ດີ​ນໍາ​ກັນ​ໃນ​ເລື່ອງ​ໃດ​ໜຶ່ງ ​ແລະ ​ບໍ່ພໍ​ໃຈ​ໃນ​ການ​ແບ່ງ​ສັນ​ປັນ​ສວ່ນ​ ເຂົາ​ກໍ​ດ່າກັນ​ດວ້ຍຄໍາ​ຫຍາບ​ ແລະ​ ຕີ​ກັນ​ຢ່າງ​ປ່າ​ເຖືອນ. ​ເຫດການ​ນີ້​​ເກີດ​ຂື້ນ​ຕໍ່ໜ້າ​ຊ້າງ​ໜຸ່ມທຸກ​ຄືນ​ ເຮັດ​ໃຫ້​ມັນ​ເຊື່ອມ​ຊຶມ​ເອົາ​ຄວາມ​ປະ​ພືດ ​ແລະ ​ການ​ກະທໍາ​ທີ່​ປ່າ​ເຖື່ອນ​ນັ້ນ​ເທື່ອ​ລະ​ໜ້ອຍ. ມື້​ໜຶ່ງ​ເມື່ອ​ຄວານຊ້າງ​ຜຸຸ້ໜຶ່ງ​ຂີ່​ມັນ​ອອກ​ໄປ​ຝຶກ​ດັ່ງ​ເຄີຍ​ມາ​ ມັນ​ກໍ​ສະ​ແດງ​ຄວາມ​ຮຸນ​ແຮງ​ໃຫ້ເຫັນ ມັນ​ຂັດຂີນ ​ແລະ​ ບໍ່​ປະຕິບັດ​ຕາມ​ຄຳສັ່ງ​ເມື່ອ​ຄວານ​ສັ່ງ​ມັນ​ຫຼາຍ​ເທື່ອ​ມັນ​ກໍ່​ໃຈ​ຮ້າຍມັນ ​ກະຕຸກ​ຫຼັງ​ເພື່ອ​ຟືດຄວານ​ຊ້າງລົງ​ແລ້​ວມັນ​ກໍ່​ຊ້ວນ​ຄວານ​ຂື້ນ​ດ້ວຍ​ງາ​ ແລະ​ຟາດລາວ​ລົງ​ດິນ​ອີກ​ ແລ້​ວຢຽບ​ຢໍ່າ​ລາວ​ຈົນຕາຍ.​ ເມືອ​ນັ້ນ​ທະຫານ​ອົງຄະ​ລັກໄດ້​ສືບ​ຫາ​ສາ​ເຫດ​ຈົນ​ພົບ​ເຂົາ​ເຈົ້າ​ຈຶ່ງ​ກວາດ​ ລ້າງ​ພວກ​ໂຈນ​ແລ້​ວພວກ​ເສນາ​ອາມາດ​ກໍ​ພາກັນ​ຊອກ​ຫາ​ວິທີ​ກ່ອມ​ໃຫ້​ມັນ​ ຄໍາຮູ້​ແບບ​ໃໜ່.​ ເພິ່ນ​ໄດ້​ຈັດ​ໃຫ້​ຜູ້​ບາ​ວຜູ້​ສາວ​ທີ່​ໜ້າ​ຮັກ​ໄປ​ເຄື່ອນ​ໄຫວ​ຢູ່​ໃນ​ຄອກ​ ຊ້າງ.​ ເຂົາ​ເຈົ້າ​ລົມ​ກັນ​ດ້ວຍ​ຄຳສຸພາບ​ນີ້ມ​ນວນ​ສະ​ແດງ​ຄວາມ​ຮັກ ​ແລະ​ ເຫັນ​ໃຈ​ກັນ. ເຂົາ​ເຈົ້າ​ສືບຕໍ່​ເຮັດຈັ່ງ​ຊັ້ນ​ເປັນ​ເວລາ​ນານ​ຈົນ​ຈິດ​ໃຈ​ຊ້າງ​ນີ້ມ​ນວນ​ ລົງ​ ແລະ ​ເຂົາ​ເຈົ້າ​ຈັບ​ຕ້ອງ​ລູບ​ຄໍາ​ມັນ​ໄດ້.

THƯ VIỆN LIÊN QUAN

Để lại số điện thoại
để được Phuong Nam Education liên hệ tư vấn

Hoặc gọi ngay cho chúng tôi:
1900 7060

Gọi ngay

ĐĂNG KÝ TƯ VẤN KHÓA HỌC

Zalo chat