Chuyện Chàng Phả đeng và nàng ây khăm


ເລື່ອງ ທ້າວຜາແດງ ນາງໄອ່ຄຳ

 

    ​ແຕ່​ກີ້ແຕ່ກ່ອນປາງສະໄໝນົກກໍຍັງມີຫູ,ໜູກໍຍັງມີປີກ,ບໍ່ວ່າຄົນຫຼືສັດສາວາສິ່ງທັງຫຼາຍຕ່າງກໍມີລິດເດດ,ກ້າຄົງທະນງແກ່ນ,ມີມະຫາພະລັງອຳນາດ,ຈິ່ງມັກເກີດການຕໍ່ສູ້ຊິງດີຊິງເດັ່ນກັນ,ບາງຜ່ອງຕໍ່ສູ້ເພື່ອຊິງກັນເປັນໃຫຍ່​​ແລະບາງຜ່ອງກໍຕໍ່ສູ້ເພື່ອຄົນທີ່ຕົນເອງຮັກອັນເຮັດໃຫ້ເດືອດຮ້ອນຮອດພະຍາອິນະຍາພົມເທວະບຸດເທວະດາຜູ້ດູແລຮັກສາໂລກຈັກກະບານຂອງເຮົາຢ່າງບໍ່ເວັ້ນວັນ​​ໃນເວລານັ້ນໄດ້ມີເມືອງບາດານແຫ່ງໜຶ່ງຢູ່ໃຕ້ທໍລະນີໃນພື້ນນ້ຳມະຫາສະໝຸດບ່ອນພະຍານາກເຈົ້າອາໄສຢູ່ອັນມີຫໍໂຮງເປັນຫີນສີລາງາມເຫຼືອງເຫຼື້ອມເຊິ່ງປະດັບດ້້ວຍເງິນຄຳເພັດນິນຈິນດາຂອງມີຄ່າຢ່າງຫຼວງຫຼາຍ.ເມືອງບາດານ​​ແຫ່ງນີປົກຄອງດ້ວຍພະຍານາກອົງໜຶ່ງທີ່ມີລິດມີເດດເກ່ງກ້າສາມາດຍິ່ງໜັກໜາພ້ອມທັງຊື່ສັດໝັ້ນຄົງຕໍ່ບ້ານເມືອງໃນອານາຈັກຂອງພະຍານາກອົງນີ້ກໍຍັງມີເຫຼົ່າເສນາອາມາດມີທະຫານທີ່ແສນຊື່ສັດພັກດີຈຶ່ງເຮັດໃຫ້ເມືອງບາດານຂອງພະອົງຈະເລີນຮຸ່ງເຮືອງສີວິໄລໄພ່ຟ້າປະຊາລາດຊະດອນຕ່າງກໍຢູ່ເຢັນເປັນສຸກກັນທົ່ວໜ້າບໍ່ໄດ້ອຶດບໍ່ໄດ້ຢາກມີເຂົ້າໃນນາມີປາໃນນ້ຳໃນປ່າໄມ້ມີສັດນາໆຊະນິດອາໄສຢູ່ເຊັ່ນດຽວກັນກັບມະນຸດຂອງເຮົາໃນເມືອ່ກ່ອນນັ້ນແລ້ວ.ພະຍານາກອົງນີ້ໄດ້ປົກຄອງເມືອງບາດານມາເປັນເວລາຊ້ານານພໍສົກຄວນພະອົງກໍມີເຈົ້າຊາຍອົງໜຶ່ງຊື່ວ່າທ້າວພັງຄີເຊິ່ງມຮຮູບໂສມງົດງາມທັງມີລິດມີເດດສາມາດລະນຶກເຖິງຊາດປາງກ່ອນກີ້ຂອງຕົນ​​ເອງໄດ້ຍັງສາມາດ​​ແປງກາຍເປັນສັດຫຼາຍຊະນິດລວມທັງມະນດເຮົານຳ,ຍ້ອນ​​ແນວນັ້ນແລ້ວພັງຄີຈິ່ງຮູ້ວ່າໃນຊາດປາງກ່ອນຂອງຕົນເອງນັ້ນໄດເກີດເປັນມະນຸດເຊິ່ງເປັນຄູ່ຄອງກັບນາງໄອ່ຄຳແຕ່ຍ້ອນກຳເວນລີຂິດຈິ່ງເຮັດໃຫ້ທັງສອງຕ້ອງແຍກຈາກກັນໃນຊາດນີ້ດທ້າວພັງຄີໄປເກີດເປັນລູກຂອງພະຍານາກແຫ່ງເມືອງບາດານ,ສ່ວນນາງໄອ່ຄຳເກີດເປັນລູກຂອງພະຍາທີ່ເມືອງເພຕາ.ເມື່ອທ້າວພັງຄີໃຫຍ່ກ້າໜ້າບານມາຜູ້ເປັນພໍ່ກໍຈັດພິທີເລືອກຄູ່ຄອງໃຫ້ພື່ອຈະໄດ້ເນື້ອໜໍ່ຊາດຕະກຸນມາສືແທນບັນລັງຄອບຄອງລາດຊະສົມບັດທັງຫຼາຍເຊິ່ງກໍມີລູສາວຂອງພະຍານາກ​​ໃນເມືອງບາດານ​​ແຫ່ງອື່ນໆທີ່ແສນງົດງາມ​​ປານນິມິດເອົາຢ່າງຫຼວງຫຼາຍຖືກສົ່ງຕົວມາໃຫ້ທ້າວເລືອກ,ແຕ່ປາກົດວ່າບໍ່ມີໃຜຖືກໃຈທ້າວພັງຄີແມ່ນແຕ່ຄົນດຽວເລີຍໃນໃຈຂອງທ້າວມີແຕ່ຄິດຮອດນາງໄອ່ຄຳຜູ້ເປັນເມຍເກົ່າ.ທ້າວຈິ່ງບອກກັບພໍ່ວ່າສາວພວກນີ້ງົດງາມແທ້ແຕ່ຈະເຮັດແນວໃດໄດ້ກໍແນວມັນບໍ່ແມ່ນຄູ່ຄອງຂອງລູກລູກມີຍິງໃນໃຈຢູ່ແລ້ວຜູ້ເປັນພໍ່ເມື່ອຮູ້ວ່າລູກບໍ່ມັກບໍ່ຊອບກໍບໍ່ໄດ້​​ເວົ້າຫຍັງຕາມໃຈຂອງລູກທຸກປະການເພາະມີລູກຊາຍຄົນດຽວຮັກຫອມດັ່ງ​​ແກ່ນຕາແລະໝາກຫົວໃຈ.ນັບຕັ້ງແຕ່ໃຫຍ່ຂຶ້ນມາຊອນບ່າວທ້າວກໍມີແຕ່ຄິດຮອດນາງໄອ່ຄຳທຸກວີ່ທຸກວັນຈະຂຶ້ນໄປຫາກໍຢ້ານມີອັນຕະລາຍເພາະໂກເທທິງບົກນັ້ນມັນແສນຈະໂຫດຮ້າຍແລະອັນຕະລາຍກວ່າໂລກບາດານຂອງຕົນແຕ່ອົດບໍ່ໄດ້ຈົນໃຈລະເມີຢາກຫັນໜ້າເມຍເກົ່າສຸດທີ່ຮັກຂອງຕົນທຸກ​ຄໍ່າ​ຄືນ.
 


 

ວັນ​ໜຶ່ງທ້າວພັງຄີພ້ອມດ້ວຍບໍລິວານຈິ່ງໄດ້ຕັດສິນໃຈສັ່ງລາພໍ່ເພື່ຶອຈະໄປຕາມຫານາງໄອ່ຄຳຢູ່ເທິໂລກບົນບົກເມື່ອໄດ້ຮັບຄຳອານຸຍາດຈາກ
ພໍ່ແລ້ວ,ທ້າວພ້ອມດ້ວຍເສນາອາມາດກໍດີນທາງຈາກໃຕ້ນ້ຳຂຶ້ນສູ່ເທິງບົກຫຼັງຈາກນັ້ນກໍ​​ແປງຮ່າງເປັນສັດຕ່າງໆເພື່ອມຫ້າສະດວກກັບສະຖານະການແລະໄວຕໍ່ການເດີນທາງບາງບ່ອນທາງດີພວກເຂົາກໍແປງຮ່າງເປັນໂຕມ້າແລ່ນໄປເພື່ອໃຫ້ໄວຕໍ່ການເດີນທາງ.ເປັນເວລາຫຼາຍມື້ຫລາຍວັນທີ່ພວກເຂົາເດນທາງຊອກຫານາງໄອ່ຄຳໄປເລື້ອຍໆ.ຈົນໃນທີ່ສຸດກໍໄດ້ພົບນາງສົມດັ່ງໃຈປາຖະໜາເອົາໄວ້ອັນເຮັດໃຫ້ທ້າວດີໃຈແລະມີຄວາມສຸກຍິ່ງຫນັກໜາຈົນບໍ່ຢາກກັບເມືອງບາດານແຫ່ງຕົນ.ແຕ່ຍ້ອນຈາກບ້ານມາໄກຫຼາຍມື້ຫຼາຍວັນແລ້ວ.ເຫຼົ່າບໍລິວານທີ່ມານຳຈິງຊວນທ້າວກັບ​​ເພາະຢ້າວ່າພະຍາຜູ້ເປັນບິດາຈະເປັນຫ່ວງແຕ່ເຖິງຢ່າງໃດກໍຕາມທ້າວກໍບໍ່ຟັງທັງເວົ້າວ່າເຮົາຢູ່ອີກຈັກວັນສອງວັນກ່ອນຈຶ່ງຄ່ອຍກັບບໍ່ເປັນຫຍັງດອກ.ເພື່ອຈະໄດ້ເຫັນໜ້ານາງໄອ່ຄຳຢ່າງເຕັມອີ່ມຕາມຫົວໃຈຕ້ອງການໃນແຕ່ລະວັນທ້າງພັງຄີຈິ່ງແປງຮ່າງເປັນກະຮອກດ່ອນໄຕ່ຂຶ້ນໄປເຄືອດອກໄມ້ໃນສວນອຸດທິຍານບ່ອນທີ່ນາງໄອ່ຄຳມັກມາດອມດົມດອກໄມ້ໃນທຸກໆວັນ.ກ່າວ​​ເຖິງນາໄອ່ຄຳຊາດນີ້ໄດ້ເກີດມາເປັນລູກຂອງພະຍາແຫ່ງເມືອງເພຕາຍ້ອນນາງມີຮູບໂສມອັນງົດງາມແລະປະກອບດວ້ຍຄວາມສະເໜຫາມີຄວາມສະຫງ່າລາສີແລະມີຈິດໃຈໂອບເອື້ອອາລີຈິ່ງເຮັດໃຫ້ນາງເປັນທີ່ຮັກຫອມຂອງຄົນທັງຫຼາຍ.ເມື່ອໃຫຍ່ຂຶ້ນມາເຕັມສາວແລ້ວພະຍາຜູ້ເປັນພໍ່ກໍໄດ້ຈັດພິທີ່ຫມັ້ນໝາຍໃຫ້ນາງກັບທ້າວຜາແດງເຊິ່ງເປັນລູກຊາຍຂອງພະຍາອີກເມືອງໜຶ່ງພວກເຂົາທັງສອງຕ່າງຝ່າຍກໍຮັກກັນດ້ວຍຄວາມຫວານຊຶ້ງແລະບໍລິສຸດໃຈຈົນເຮັດໃຫ້ຍິງໜຸ່ມຊາຍໜຸ່ມເກີດຄວາມອິດສາຄວາມຮັກອັນຍິ່ງໃຫຍ່ຂອງພວກເຂົາ.ຄືນໜຶ່ງນາງໄອ່ຄຳໄດ້ຝັນວ່າມີງູໃຫຍ່ເທົ່າລຳພ້າວ,ລຳຕານແລະງູນ້ອຍຫຼາຍ​​ໂຕຝັ້ນເລືອກັນຢູ່ເຕັມບ້ານເຕັມເມືອງຂອງຕົນເອງ,ທັງ​​ໄດ້ຍິນສຽງແຂກຮ້ອງແຕກຕື່ນຢ້ານງູພວກນັ້ນແລະຕໍ່ມາບໍ່ດົນບ້ານເມືອງກໍກາຍເປັນແມ່ນ້ຳມະຫາສະໝຸດ.ເມື່ອເຫັນດັ່ງນັ້ນນາງກໍເອົາມືມຸບໜ້າແລ້ວກໍຮ້ອງໄຫ້ອອກມາຢ່າງແຮງຈົນສະເດີດຕື່ນຂຶ້ນມາທັງຫາຍໃຈຫືດຫອດເຫື່ອໄຫຼໄຄຍ້ອຍ.ພໍຮຸ່ງເຊົ້າມານາງກໍເອົາຄວາມທູນໃຫ້ຜູ້ເປັນພໍ່ຮັບຊາບ,ພະຍາຜູ້ເປັນພໍ່ກໍໃຫ້ເສນາໄປເອີ້ນເອົາໝໍດູມໍເດົາມາທຳການໄລ່ເລກຄູນຄາຖາເລື່ອງຄວາມຝັນຂອງນາງ.ໝໍດູຄົນທີ່ໜຶ່ງທຳນາຍອອກມາວ່າ:ມີຊູ້ເກົ່າປາງກ່ອນປາງຫຼັງມາຊອກຫາໃນໄລຍະນີໃຫ້ລະວັງຕົວເອົາໄວ້.ຢ່າໄດ້ອອກນອກຫໍໂຮງໄປເດັດຂາດຈະເກີດໄພພິບັດມາຮອດບ້ານເມືອງຂອງ້ຮົາແທ້ແລ້ວ.ໝໍດູຄົນທີ່ສອງທຳນາຍວ່າອັນນິມິດຄວາມຝັນນັ້ນມັນກໍເປັນລາງຮ້າຍແທ້ແລ້ວ,ຫາກຈະມີສັດຮ້າຍມາແຕ່ທາງນ້ຳໃຫຍ່ແຫ່ງມະຫາສະໝຸດມາຖະຫຼົ່ມບ້າຍເມືອງເຮົາເພື່ອຊອກຫາລູກຊາຍຂອງເຂົາ.ໃຫ້ເຈົ້າຈົ່ງ​​ມີສະຕິມີຄວາມເມດຕາພາວະນາເອົາໄວ້ໃຫ້ດີໆຈິ່ງຈະເຮັດໃຫ້ບ້ານເມືອງຂອງພວກເຮົາພົ້ນຈາໄພພິບັດຄັ້ງນີ້ໄດ້.ພໍນາງໄອ່ຄຳໄດ້ຟັງໝໍດູເວົ້າແນວນັ້ນນາງກໍເກັບຕົວຢູ່ໃນຫໍໂຮງ,ບໍ່ໄດ້ອອກໄປນອກໄປນາທາງໃດ.

 


 

ຫຼາຍມື້ຫຼາຍວັນຕໍ່ມາກໍເຮັດໃຫ້ນາງຮູ້ສຶກເບື່ອຢາກຈະໄປເດີນຫຼິ້ນເພື່ອສູບອາກາດສົດເຢັນໆສູບອາຍກິ່ນຫອມຂອງມວນດອກໄມ້ໃນສວນອຸດທິຍານທີ່ຢູ່ບໍ່ໄກຈາກຫໍໂຮງຂອງຕົນ,ນາງຈິ່ງຂໍອານຸຍາດຈາກພໍ່ພະຍາແລ້ວພວກສາວສະໜົມແລະນາອາມາດຈຳນວນໜຶ່ງກໍຖະຫວາຍອາລັກຂາໃຫ້ນາງໄປຕາມທີ່ນາງຕ້ອງການ.ໃນຂະນະທີ່ນາງໄອ່ຄຳກຳລັງມີຄວາມສຸກແລະອີ່ມໃຈໄປກັບຄວາມງົດງາມຂອງມວນດອກໄມ້ໃນສວນອຸດທິຍານອັນກ້ວາງໃຫຍ່ສຸດສາຍຕາຢູ່ນັ້ນ,ບັງເອີນນາງໄດ້ຫຼຽວເຫັນໂຕຮອກດ່ອນນ້ອຍປີນໄຕ່ໄປມາຕາມເຄືອດອກໄມ້ຢ່າງມີຄວາມສຸກ,ມັນໄຕ່ຂຶ້ນໄຕ່ລົງ,ອ້ອມໄປວຽນມາບາງຄັ້ງມັນກໍຢືນຂາດຽວແລະໂບກແຂນມາງໜ້າຂຶ້ນລົງເຮັດໃຫ້ມັນເປັນຕາໜ້າຮັກແລະໜ້າຢາກຫົວແທ້ໆ.ເມື່ອນາງໄອ່ຄຳເຫັນແລ້ວກໍເກີດຄວາມປິຕິຊົມຊື່ນຄິດຢາກໄດ້ໂຕຮອກດ່ອນນ້ອຍໂຕນັ້ນມາຢອກຫຼິ້ນໃຫ້ສ່ວາງໃຈຈິ່ງສັ່ງໃຫ້ພວກເສນາຄົນໃຊ້ທັງຫຼາຍໄລ່ຈັບ,ແຕ່ເຖິງຈະມີເຫຼົ່າເສນາແລະຄົນໃຊ້ຫຼາຍຄົນຊ່ວຍກັນໄລ່ຈັບແນວໃດກໍບໍ່ໄດ້,ມັນຫຼີກໄປຫຼອກມາຈົນເຮັດໃຫ້ພວກເຂົາອິດເມື່ອຍ,ຍ້ອນຄວາມຢາກໄດ້ຈົນໃຈຈະຂາດ,ເມື່ອຈັຍເປັນບໍ່​​ໄດ້ນາງກໍສັ່ງຈັບຕາຍ.ຫຼັງຈາພວກເສນາອາມາດໄດ້ຍິນຄຳສັ່ງແນວນັ້ນຈຶ່ງໄດ້ນຳເອົາທະນູມາແລ້ວກໍເລັ່ງທະນູ​​ໃສ່ໂຕຮອກດ່ອນນ້ອຍໂຕນັ້ນທັນທີ.ລູກທະນູໄດ້ສຽບເຂົ້າໜ້າເອິກທະລຸອອກທາງຫຼັງ.ແຕ່ກ່ອນຈະຂາດໃຈຕາຍກະຮອກດ່ອນນ້ອຍໄດ້ສາບແສ່ງໄວ້ວ່າ:ຂໍໃຫ້ຊີ້ນຂອງຜູ້ຂ້າໄດ້ແປດພັນກວຽນ,ຢັ່ງຢາຍໄປທົ່ວເມື່ອງຢ່າໄດ້ໝົດຢ່າໄດ້ສິ້ນແລະຖ້າຫາກຜູ້ໃດໄດ້ກິນຊີ້ນຂອງຜູ້ຂ້າຂໍໃຫ້ລຸບລົງດິນຈົມລົງນ້ຳຕາຍບໍ່ໃຫ້ເຫຼືອຈັກຄົນເມື່ອສາບແສ່ງໄວ້ແລ້ວໂຕຮອກດ່ອນນ້ອຍທີ່ໜ້າສົງສານກໍຂາດໃຈຕາຍ,


 

ຫຼັງຈາກໄດ້ໂຕຮອກດ່ອນມາມອບໃຫ້ນາງໄອ່ຄຳ​​ແລ້ວປາກົດວ່າມັນບໍ່ໜ້າຮັກຄືຕອນມັນຍັງມີຊີວິດຢູ່ເມື່ອເປັນແນວນັ້ນນາງກໍເອົາໃຫ້ພວກຄົນໃຊ້ເອົາໄປຄົວກິນປາກົດວ່າຊີ້ນຮອກດ່ອນນ້ອຍໂຕນີ້ມັນແຊບເອົາແທ້ເອົາວ່າຄົນໃຊ້ຈິ່ງມາຖວາຍນາງໄອ່ຄຳແລະແບ່ງປັນໃຫ້ຫຼາຍໆຄົນຊີມ,ດ້ວຍລົດຊາດທີ່ແຊບແປກປະຫຼາດແລະຍັງມີສິ່ງປະຫຼາດເກີດຂຶ້ນອີກຄືກິນແນວໃດຊີ້ນຂອງຮອກດ່ອນໂຕນັ້ນກໍບໍ່ມີວັນໝົດຈັກເທື່ອຈົນຄົນເກືອຍທັງໝົດເມືອງໄດ້ຊີມຊີ້ນຮອກດ່ອນນ້ອຍໂຕນັ້ນໂດຍທີ່ບໍ່ມີໃຜຄິດ​​ແປກໃຈເລີຍ. ກ່າວເຖິງເມືອງບາດານເມື່ອພໍ່ພະຍານາກໄດ້ຮັບຂ່າວເລື່ອງລູກຊາຍຫົວແກ້ວຫົວແຫວນຂອງຕົນທີ່ຖືກມະນຸດຂ້າກິນເປັນອາຫານກໍເກີດຄວາມໂກດ​​ແຄ້ນ,ຊິງຊັງພວກມະນຸດຄືໝາກເຜັດກັບ​​ແກ່ນຕາ,ເພື່ອເປັນການລ້າງ​​ແຄ້ນຄືນໃຫ້ສົມໃຈຈຶ່ງໄດ້ປ່າວໂຮມເອົາບໍລິວານພະຍານາກແຫ່ງເມືອງບາດານໃຕ້ພື້ນນຳທັງຫຼາຍແລ້ວກໍພາກັນມາຂວັດຂຶ້ນໄປຫາໃຕ້ຫໍໂຮງຂອງນາງໄອ່ຄຳແລະຜືນ​​ແຜ່ນດິນແຫ່ງເມືອງເພຕາສ່ວນໃຜບໍ່ໄດ້ກິນຊິີ້ນໂຕຮອກກໍຈົ່ງໄວ້ບໍ່ທຳຮ້າຍພວກເຂົາ.ໃນຂະນະນັ້ນເອງແຜ່ນດິນທັງເມືອງ,ຢ້າວເຮືອນຜູ້ທີ່ໄດ້ກິນຊີ້ນຮອກດ່ອນນ້ອຍໂຕນັ້ນກໍທະຍອຍຫຼຸບລົງກາຍເປັນແມ່ນໍ້າແກ້ງອັນຮ້າຍ​​ແຮງ,ຊາວ ບ້ານຊາວເມືອງທັງຫຼາຍກໍພາກັນຈົມນ້ຳຕາຍໄປຕາມໆກັນຍັງແຕ່ເຮືອນຂອງຜູ້ທີ່ບໍ່ໄດ້ກິນຊີ້ນແລະໄຮ່ນາຮົ້ວສວນຍັງເຫຼືອໄວ້ຄືເກົ່າ,ນະບັດນັ້ນທ້າວຜາແດງເມື່ອເຫັນບ້ານເມືອງພັງພິນາດກາຍເປັນແມ່ນຳໄປໝົດກໍຮີບເອົານາງໄອ່ຄຳຂຶ້ນຊ້ອນກົ້ນມ້າແລ້ວກໍແລ່ນໜີອອກຈາກວັງໄປ.ເມື່ອພະຍານາກພ້ອມດວ້ຍບໍລິວານເຫັນແນວນັ້ນກໍບໍ່ຍິນຍອມຈິ່ງພາກັນຂວັດດິນເກື່ອນນຳຫລັງທຸກໆບາດຕີນຂອງມ້າເພື່ອໝາຍເອົາຊີວິດຂອງສອງຄົນນັ້ນທາງທ້າວຜາ​​ແດງກໍເລັ່ງມ້າໄວຈົນສຸດຂີນ.ແຕ່ໃນທີ່ສຸດທັງສອງກໍໜີບໍ່ພົ້ນຈິງຈົມລົງນ້ຳແລ້ວສິ້ນໃຈຕາຍພ້ອມກັນ.ເມື່ອຄົນທັງມົດທີ່ກິນຊິ້ນໂຕຮອກດ່ອນນ້ອຍໄດຈົມໄປໝົດແລ້ວນ້ຳທີ່ເປັນແກ້ງໃຫຍ່ປານມະຫາສະໝຸດກໍກັບກາຍມາເປັນຜືນ​​ແຜ່ນດິນຄືເກົ່າອີກຄັ້ງຄືກັບບໍ່ມີຫຍັງເກີດຂຶ້ນເລີຍ.
 


 

ໃນ​ຊາດໃໝ່ເມື່ອທ້າວພັງຄີແລະທ້າວຜາແດງຕາຍໄປເປັນຜີມີວິນຍານທັງສອງກໍຍັງບໍ່ລົດລະການຂ້າຟັນລັນແທງກັນຈ່ອງເວນຈ່ອງກຳກັນບໍ່ມີທີ່ສິນສຸດເຮັດໃຫ້ຄົນອື່ນເດອດຮ້ອນໄປນຳຢ່າງບໍ່ມົ້ມບໍ່ແລ້ວຈັກເທື່ອຈົນເດືອດຮ້ອນຮອດເມືອງສະຫວັນຊັ້ນຟ້າຜູ້ເປັນພະອິນ.ເຫັນແນວນັ້ນເພິ່ນກໍໄດ້ຫຼິ້ງເບິ່ງອານາຄົດແລ້ໄດ້ຮູ້ວ່າສອງຄົນນີ້ໄດຈ່ອງເວນຈ່ອງກຳກັນໂດຍການຕໍ່ສູ້ຂ້າຟັນລັນແທງກັນໄປເລື້ອຍໆຫຼາຍພົບຫຼາຍຊາດຍ້ອນການຍາດຊິງເອົານາງໄອ່ຄຳ.ເພື່ເປັນການຍຸດຕິການຈ່ອງເວນຂອງຄົນນັ້ນພະອິນຈິ່ງລົງມາຈາກສະຫວັນເພື່ອຫ້າມແລະຊີ້ແຈງສາເຫດທີ່ເກີດມີການຕໍ່ສູ້ກັນໃນແຕ່ລະຊາດຜ່ານມາ.ຢຸດກ່ອນທ່ານທັງສອງຢ່າຂ້າຟັນລັນແທງກັນເລີຍກະລຸນາຟັງອຸທອນດີກາຂອງຜູ້ຂ້າກ່ອນ.ຫຼັງຈາກນັ້ນພະອິນກໍໄດເລົ່າ​​ເລື່ອງການກຳເນີດຊາດຕ່າງໆຂອງຊີວິດທັງສາມໃຫ້ພວກເຂົາຟັງຜົວທີ່ແທ້ຈິງຂອງນາງໄອ່ຄຳນັ້ນແມ່ນທ້າວພັງຄີ.ແຕ່ຍ້ອນທັງສອງໄດ້ສ້າງເວນກຳເອົາໄວ້ໂດຍບໍ່ມີຄວາມອົດກັ້ນອົດທົນບໍ່ມີການໃຫ້ອາໄພໂທດເຊິ່ງກັນແລະກັນຈິ່ງເກີດມີແຕ່ການແກ້ແຄ້ນກັນໄປໆມາໆໃນຫຼາຍພົບຫຼາຍຊາດຈົນບໍ່ມີທີ່ສິ້ນສຸດ,ອັນເຮັດຊີວິດຂອງທັງສາມຄົນບໍ່ພົບກັບຄວາມສຸກແມ່ບໍ່ມີໂອກາດໄດ້ສ້າງບຸນກຸສົນນຳເພິ່ນເລີຍ.ເມື່ອທັງສາມຮູ້ແຈ້ງແລ້ວກໍຫັນໜ້າເຂົ້າຫາກັນດໃຫ້ອາໄພເຊິ່ງກັນແລະກັນຕ່າງຝ້າຍຕ່າງກໍຊອກຫາທຳມາຫາກິນແລະບຳເພັນກຸສົນຜົນບຸນ.ຈົນໃນຊາດໃຫມ່ທ້າວພັງຄີແລະນາງໄອ່ຄຳມາເປັນຜົວເມຍພັນລະຍາກັນຢູ່ດ້ວຍກັນຢ່າງມີຄວາມສຸກໂດຍບໍ່ມີສັດຕູມາບຽດບຽນອີກ​​ເລີຍ.ສ່ວນທ້າວຜ້າແດງກໍພົບກັບຮັກໃຫມ່ສົມດັງໃຈ​ປາຖະໜາ.

THƯ VIỆN LIÊN QUAN

Để lại số điện thoại
để được Phuong Nam Education liên hệ tư vấn

Hoặc gọi ngay cho chúng tôi:
1900 7060

Gọi ngay

ĐĂNG KÝ TƯ VẤN KHÓA HỌC

Zalo chat