Chuyện Hai người bạn

ເລື່ອງ ສອງສະຫາຍ


 ມີສອງສ່ຽວທີ່ຮັກແພງກັນທີ່ສຸດ.ຕະຫລອດໄລຍະເວລາທີ່ຍາວນານສອງສ່ຽວເຮັດອັນໃດ
ກໍເຮັດຮ່ວມກັນສະເໝີ. ແຕ່ໃນວັນສິນຫນຶ່ງກາງ ລະດູຝົນທັງເປັນກາງ ພັນ ສາອີກດ້ວຍສອງ
ສ່ຽວກໍປຶກສາກັນ ວ່າພວກເຂົາຈະພາກັນ ໄປເຮັດຫຍັງ
,ຄວາມເຫັນຂອງພວກເຂົາກໍ
ຄັດກັນ. ສ່ຽວຄົນໜຶ່ງສະເໜີວ່າພວກເຮົາບໍ່ໄດ້ເຮັດບຸນ ກຸສົນອັນ ໃດນານແລ້ວ.ສິນນີ້ພວກເຮົາ
ພາກັນໄປຈຳສິນພາວະນາຟັງເທດຟັງ ທຳຢູ່ວັດ ເທາະ!ສ່ຽວຄົນໜຶ່ງຄັດວ່າ: ນີ້ເປັນໂອກາດດີ
ທີ່ສຸດສຳລັບການຫາປາ.ມັນ ເປັນຍາມຝົນ ກາງພັນສາຊ້ຳພັດເປັນ ວັນສິນອີກ,ບໍ່ມີຄົນອື່ນ ໄປ ຫາ
ຫຼາຍປາກໍ ແຮ່ງຖືກແຫເຮົາລະບໍ!ແມ່ນວ່າຄວາມ ຄິດຂອງຄົນໜຶ່ງໄດ້ເຮັດໃຫ້ອີກຄົນລັ່ງເລ
ແດ່ກໍຕາມແຕ່ແລ້ວແຕ່ລະຄົນກໍຕັດ ສິນໃຈເຮັດສິ່ງທີ່ຕົນໄດ້ເຮັດແຕ່ຕົ້ນ.ສະຫາຍທີ່ໄປວັດຮູ້ສຶກບໍ່ດີໃຈເລີຍ, ລາວບໍ່ລື້ງກັບຜູ້ຄົນຢູ່ວັດແລະບໍ່
ຊິນເຄີຍກັບກິດຈະກຳ ຂອງວັດ ລາວຄິດຢ່າງ ກິນແໜງວ່າ:  ກູມາຈຳສິນຟັງເທດນີ້ບໍ່ໄດ້ອັນໃດຈັກໜ້ອຍ,ຄັນແມ່ນກູໄປຕຶກແຫນຳສ່ຽວກູກໍຈະໄດ້ຂອງ ກິນສູ່ລູກ ສູ່ເມຍ ກິນ. ສ່ວນຜູ້ໄປຕຶກແຫກໍບໍ່ດີໃຈເຊັ່ນກັນ ເນື່ອງເຫດວ່າມື້ນັ້ນບໍ່ມີຄົນອື່ນໃດຢູ່ບໍລິເວນທ່າຫາປາເລີຍລາວຮູ້ສຶກປ່ຽວໆ ແລະເນື່ອງດ້ວຍ ວ່າບໍ່ມີ ຄົນກໍເລີຍບໍ່ມີຜູ້ຊ່ວຍຕ້ອນປາປາເລີຍ ມີບ່ອນຫຼົບຫຼີກຢ່າງ ໄພ ສານຈາກແຫຂອງລາວ, ລາວກໍເລີຍຫາ ປາບໍ່ໄດ້ພໍໂຕ. ລາວຄິດກິນ ແຫນງວ່າ: ກູມາຫາປາກໍເປົ່າປະໂຫຍດດາຍດອກແໜງວ່າກູໄປວັດ ນຳສະຫາຍກູຍັງຈະໄດ້ສົດຊື່ນ ໃຈໃນແວດລ້ອມທີ່ ສະງົບສຸກໄດ້ ຄວາມຮູ້ ທາງພຸດ ທະທຳແລະ ໄດ້ຜົນບຸນ ອີກດ້ວຍ.    ດັ່ງນັ້ນຄຳບູຮານຈິ່ງສັງລວມວ່າຜູ້ໄປຫາປາໄດ້ຮັບຜົນບຸນຂອງຜູ້ໄປວັດ ແລະ ໃນ ທາງກັບກັນຜູ້ໄປວັດໄດ້ຮັບບາບກຳຂອງຜູ້ໄປຫາປາ.
                                                           

THƯ VIỆN LIÊN QUAN

Để lại số điện thoại
để được Phuong Nam Education liên hệ tư vấn

Hoặc gọi ngay cho chúng tôi:
1900 7060

Gọi ngay

ĐĂNG KÝ TƯ VẤN KHÓA HỌC

Zalo chat