Chuyện giọt máu và nước mắt


ບົດເລື່ອງສັ້ນ ຢາດເລືອດ ແລະນ້ຳຕາ

ບັກ​ຄຳກ້ອນມັນບໍ່ເຄີຍດື້ປານນັ້ນດອກມັນຕອ້ງມີບັນຫາໜຶ່ງແນ່ນອນຈຶ່ງ ເຮັດໃຫ້ມັນຕອ້ງໄດ້ພົບອຸປະຕິເຫດແນວນີ້ . ປ້າທິດມີບ້ານໃຕ້​​ເວົ້າ ອອກມາຢ່າງແໝ້ນອົກແໝ້ນໃຈເອົາແທ້ເອົາວ່າ.  ກູກໍ
ວ່າຄືມຶງນັ້ນລະມີເອີຍ . ປ້າສອ້ຍບານເນັ້ນໜັກຕື່ມ.      ອັນພວກເຈົ້າ ວ່າບັນຫານັ້ນ ແມ່ນຫຍັງ
ລະ ?. ລຸງທິດມີຕັ້ງຄຳຖາມຂື້ນມາ. ປ້າທິດມີ ເຮັດໜ້າມ້ານເຂົ້າ ຍອ້ນບໍ່ຮູ້ວ່າຈະຕອບຄຳຖາມຂອງຜູ້ເປັນຜົວໄດ້ ແນວໃດເພາະມາຖາມກັນຈໍ້ປານນີ້. ປ້າເຮັດອ້ຳອຶ້ງຢູ່ບຶດໜຶ່ງແລ້ວກໍເວົ້າຂື້ນ
ມາວ່າ: ເຈົ້າບໍ່ເຫັນບໍ່ ເງິນຕິດຢູ່ໃນມືມັນຫັ້ນຮອດ 3000 ກີບພຸ້ນນ໋າ !.ຫລາຍຄົນຫລຽວໜ້າມາເບິ່ງປ້າຄືກັບແປກປະຫລາດເອົາແທ້ເອົາວ່າ,ເພາະວ່າປ້າມັກເຮັດໃຫ້ຄົນເກີດແປກໃຈມາຫລາຍ
ຄັ້ງແລ້ວ. ບັນຫາໃດກໍແລ້ວແຕ່ຖ້າປ້າໄດ້ເວົ້າອອກມາແມ່ນຖືວ່າມີຄວາມເຊື່ອໝັ້ນໄດ້.
ເຫດການລະເບີດສອງສາມມື້ຜ່ານມານີ້ ສ້າງຄວາມຕົກໃຈໃຫ້ແກ່ຊາວບ້ານຊາວເມືອງ,ໂດຍສະເພາະແມ່ນລຸງແລະປ້າທິດມີ ຜູ້ເປັນຍາດໃກ້ຊິດ​​ແອນອ້ຍຄຳກອ້ນທີ່ສຸດ. ສອງສາມມື້ຜ່ານມານີ້ປ້າຮອ້ງ​​ໄຫ້ຈົນເກືອບນ້ຳຕາເປັນເລືອດ ຖ້າມີ​​ແນວປ່ຽນໄດ້ປ້າຢາກຈະປ່ຽນໃຫ້ຫລານຊາຍມີຊິວິດຢູ່ຕໍ່ໄປ ເພາະຄຳກອ້ນມີອາຍຸພຽງ 5 ຂວບເທົ່ານັ້ນ ຖ້າທຽບໃສ່ປ້າແລ້ວກໍເປັນໄມ້​​ໃກ້ຝັ່ງ ນັ່ງໃກ້ຫວ້ຍ ບໍ່ຮູ້ວ່າມື້ໃດຈະໄປສູ່ສຸຂະຕິຂັນ.       ແທ້ຈິງແລ້ວມັນເປັນໂຊກເຂົ້າຂ້າງຂອງຫລາຍໆຄົນທີ່ລ້ຳລວຍ ມີເງິນມີຄຳຂື້ນມາຍອ້ນເສດເຫລັກທີ່ເປັນປ່ຽງນອ້ຍປ່ຽງໃຫ່ຍລວຍຈົນເຖິງຂັ້ນໄດ້ປຸກເຮືອນປຸກຊານຍອ້ນເສດເຫລັກປາງສົງຄາມ ເຊິ່ງມື້ກອ່ນນີ້ ກໍ​​ແມ່ນເຫລັກຈຳພວກນິ້ແຫລະທີ່ສ້າງຮັ່ງໃຫ້ຄົນຈຳນວນໜຶ່ງມີຊິວິດປະປົນຢູ່ກັບກັບບວກເລືອດແລະຢາກນ້ຳຕາ.
ເບິ່ງປ້າຄືກັບແປກປະຫລາດເອົາແທ້ເອົາວ່າ,ເພາະວ່າປ້າມັກເຮັດໃຫ້ຄົນເກີດແປກໃຈມາຫລາຍ
ຄັ້ງແລ້ວ. ບັນຫາໃດກໍແລ້ວແຕ່ຖ້າປ້າໄດ້ເວົ້າອອກມາແມ່ນຖືວ່າມີຄວາມເຊື່ອໝັ້ນໄດ້.
ເຫດການລະເບີດສອງສາມມື້ຜ່ານມານີ້ ສ້າງຄວາມຕົກໃຈໃຫ້ແກ່ຊາວບ້ານຊາວເມືອງ,ໂດຍສະເພາະແມ່ນລຸງແລະປ້າທິດມີ ຜູ້ເປັນຍາດໃກ້ຊິດ​​ແອນອ້ຍຄຳກອ້ນທີ່ສຸດ. ສອງສາມມື້ຜ່ານມານີ້ປ້າຮອ້ງ​​ໄຫ້ຈົນເກືອບນ້ຳຕາເປັນເລືອດ ຖ້າມີ​​ແນວປ່ຽນໄດ້ປ້າຢາກຈະປ່ຽນໃຫ້ຫລານຊາຍມີຊິວິດຢູ່ຕໍ່ໄປ ເພາະຄຳກອ້ນມີອາຍຸພຽງ 5 ຂວບເທົ່ານັ້ນ ຖ້າທຽບໃສ່ປ້າແລ້ວກໍເປັນໄມ້​​ໃກ້ຝັ່ງ ນັ່ງໃກ້ຫວ້ຍ ບໍ່ຮູ້ວ່າມື້ໃດຈະໄປສູ່ສຸຂະຕິຂັນ.       ແທ້ຈິງແລ້ວມັນເປັນໂຊກເຂົ້າຂ້າງຂອງຫລາຍໆຄົນທີ່ລ້ຳລວຍ ມີເງິນມີຄຳຂື້ນມາຍອ້ນເສດເຫລັກທີ່ເປັນປ່ຽງນອ້ຍປ່ຽງໃຫ່ຍລວຍຈົນເຖິງຂັ້ນໄດ້ປຸກເຮືອນປຸກຊານຍອ້ນເສດເຫລັກປາງສົງຄາມ ເຊິ່ງມື້ກອ່ນນີ້ ກໍ​​ແມ່ນເຫລັກຈຳພວກນິ້ແຫລະທີ່ສ້າງຮັ່ງໃຫ້ຄົນຈຳນວນໜຶ່ງມີຊິວິດປະປົນຢູ່ກັບກັບບວກເລືອດແລະຢາກນ້ຳຕາ.
     ເຮົາຄິດຢ້ານເປັນຄືສອງສາມມື້ຫລັງນີ້ອີກນ່າ !.            
   
ແມ່ນເຮົາຂຸດຂື້ນມາ​​ແຕ່ເຮົາບໍ່ໄດ້ບອກມັນໄປທັບລະບໍ ! ມັນຫາກໄປທັບເອງ.   
   
ໄປເວົ້າແນວນັ້ນກໍບໍ່ຖືກ ແຕ່ເຮົານີ້ຮູ້ສຶກວ່າບາບໜາແທ້ໃດ .
ຟັງສຽງ
ສົນທະນາຂອງຄົນທັງສອງແລ້ວ ມັນເໝືອນມີຫຍັງມາຈອ້ງຂາທັງສອງເບື້ອງຂອງປ້າໄວ້ ປ້າບໍ່ສາມາດຈະຖົກບາດຕີນກ້າວໄປຂ້າງໜ້າໄດ້ປ້າຢາກ
ຈະຂ້າມໄປຫາເພື່ອເອົາພ້າຟັນຄໍທັງສອງຄົນໃຫ້ຕາຍຄາທີ່ ແຕ່ມັນເປັນແນວນັ້ນບໍ່ໄດ້ ແມ່ນ​​ແຕ່ຂາທີ່ຕົນເອງເປັນເຈົ້າຂອງແທ້ໆ ຍັງບໍ່ຟັງຄຳບັນຊາຂອງ
ຕົນເລີຍ.
ກວ່າປ້າຈະບັນຊາຕົນເອງໄປຫາໜໍ່ໄມ້ພໍກຸ້ມຄາບເຂົ້າສວາຍກໍ​​ເກືອບຕາຍ. ທ່ຽງມື້ນິ້ເຖິງ​​ແມ່ນມີແກງໜໍ່ໄມ້ປິ້ງປາດຸກກັບສົ້ມຜັກກາເປັນອາຫານແຊບຊອ້ຍຂອງບ້ານປ່າຂາດອນ ແຕ່ກໍຍັງເຮັດ​​ໃຫ້ປ້າທິດມີກືນຄຳເຂົ້າລົງຄໍຢ່າງສຸດແສນຝືດເຄືອງ. ລຸງທິດມີຕອ້ງໄດ້ອອຍໃຫ້ປ້າກິນເຂົ້າບໍ່ຕ່າງຫຍັງກັບເດັກນອ້ຍ 3 ຂວບ. ພາບເຫດການຄຳກອ້ນແລະນອ້ງຂອງມັນນອນເຈັບຮອ້ງ​​ໄຫ້ຄວນຄາງຍັງເປັນພາບອັນສະຍອງຂວັນໃຫ້ແກ່ປ້າ.
   ອີກສອງວັນທັດມາ ສຽງໂທລະສັບດັງຂື້ນມັນກັບເໝືອນ ດັງລະເບີດນາປານທະຫລົ່ມຂົ້ວຫົວໃຈຂອງຄົນອາຍຸສູງດັ່ງປ້າແລະລຸງທິດມີ ເໜືອນຝັນແລະຄວາມຫວັງ​​ອງທັງສອງຊິວິດພັງລົງໄປໃນພຽງພິບຕາດຽວ. ຄວາມເຈັບປວດໃນຫົວໃຈ ຄວາມທຸກ ຄວາມສິ້ນຫວັງທີ່ຈະເຫັນໝາກດວງໃຈດວງນອ້ຍໆເບັ່ງບານແລະເຕີບໃຫ່ຍຂື້ນເປັນພົນລະເມືອງດີ​​ແລະສ້າງຄຸນປະໂຫຍແກ່ແຜ່ນດິນເກີດໄດ້ຫາຍລິບເຂົ້າສູ່ມ່ານເມກອັນມືດມົນອົນທະການ.
ແມ່ ! ບັກ​​ແອເຮົາຕາຍແລ້ວ !. ສຽງມາຕາມສາຍ​​ໂທລະສັບ ປະສົມສຽງສະອື້ເໝືອນຄົນໃກ້ສີ້ໃຈ. ປ້າຢາກປອ້ຍດ່າຄົນເຫັນແກ່ໂຕ ຫວັງຢາກລວຍຈົນບໍ່ຄິດເຖິງຊິວິດຂອງຄົນອື່ນປ້າຢາກເອົາມາຮອງໃສ່ຂຽງແລ້ ເອົາພ້າຟັນ ຝັກລົງໃສ່ເໝືອນຝັກລາບ ຝັກກອ້ຍ ແຕ່ປານນັ້ນກໍຄົງບໍ່ສົມແກ່ໃຈ ທີ່ບັນທຶກຄວາມເຈັບປວດທັງໝົດນັ້ນໄວ້ໃຫ້ຫາຍຂາດໄດ້.
ມື້ນີ້,ຢູ່ທີ່ເຮືອນປ້າທິດມີ ມີການຕັກບາດຢາດນ້ຳ ອຸທິດສວ່ນກຸສົນຜົນບຸນ ໃຫ້ແກ່ຄຳກອ້ນແລະນອ້ງຜູ້ທັດໃຫ້ໄປສູ່ສຸຂະຕິພົບ,ເປັນງານບຸນທີ່ຫລາຍຄົນສົ່ງຮອຍຍິ້ມສົດໃສໃຫ້ກັນແລະກັນພອ້ມດຽວກັນກໍປະປົນໄປກັບສຽງສະອື້ນຂອງຄົນທີ່ສິ້ນຫວັງ:
  ຄຳກອ້ນ,ແອນອ້ຍເອີ ! ຂໍໃຫ້ຫລານທັງສອງຈົ່ງໄປສູ່ສຸຂະຕິພົບ ຫາກຊາດໜ້າມີຈິງຂໍໃຫ້ຫລານທັງສອງມາເກີດເປັນຫລານຮັກຂອງຢ່າອີກເນີ . ປ້າທິດມີຈົ່ມ​​ໃນຂະນະຢາດນ້ຳ.
ບັນດາຜູ້ຄົນທີ່ມາຮວ່ມງານ ຕ່າງກໍຈົ່ມເສຍດາຍ ບາງຄົນເຖິງກັບນ້ຳຕາລໍເບົ້າ ຄິດເຖິງຄວາມເປັນຕາຮັກຂອງສອງອ້າຍນອ້ງ ທັງຄຽດຂົມໃຫ້​​ແກ່ຜູ້ເຫັນປະ​​ໂຫຍດຕົວເອງ​​ໂດຍບໍ່ສົນໃຈນຳໃຜ.
ເສຍເນາະນຳຈັບບໍ່ທັນ ມັນໜີໄປກອ່ນແລ້ວ ບໍ່ລະກໍ່ຖືກລົງ​​ໂທດໝັກໃຫ້ມັນສົມໃຈພຸ້ນລະ. ຜູ້ມາຮວ່ມງານຄົນໝື່ງເວົ້າຂື້ນ. 
ມັນ
ໄປທັບໄດ້​​ແນວໃດຫວະກູກະງຶດ​​ແທ້ໄດ໋
ໄປງຶດເຮັດຫຍັງເບາະ ແນວຂຸດຂື້ນມາ​​ແລ້ວບໍ່ຖົມ ​​ເດັກນອ້ຍເຫັນມັນກໍທັບຊັ້ນລະບໍມັນຊິຮູ້ຈັກຫຍັງ, ແຕ່ເປັນຜູ້ໃຫ່ຍແລ້ວກໍ່ຍັງບໍ່ຮູ້ຈັກຄວາມຄືກັນ .
ມັນຊິໜີໄປຮອດໃສກໍຢ່າເທາະ ! ຈັກໜອ້ຍບາບຫາກຊິແລ່ນຖາມຫາມັນດອ໋ກ !.ຄົນໜຶ່ງເວົ້າຂື້ນ.       ງານອຸທິດສວ່ນບຸນກຸສົນໃຫ້ແກ່ຄຳ​​ກອ້ນແລະຜູ້ເປັນນອ້ງຊາຍໄດ້ຜ່ານພົ້ນໄປ ແຂກຄົນຕ່າງກໍພາກັນກັບໄປເຮືອນຢ້າວຂອງໃຜມັນ. ແສງເດືອນໃນມື້ເພັງ 15 ຄໍ່າ ສາຍແສງສະຫວ່າງລົງພື້ນດິນເໝືອນກັບມັນນິ້ງແນມເບິ່ງອາລົມຈິດຂອງຜູ້ເຄາະຮ້າຍ​​ແຕ່ຫາກບໍ່ມີເຈດຕະນາເຍາະເຍາະເຍີ້ຍ ສຽດສີແຕ່ກັບສົງສານມະນຸດຕາດຳໆທຸກຄົນ...ທັງໝົດນີ້ມັນເກາະຕິດໄວ້ໃນຄວາມຊົງຈຳອງຄົນເມືອງຊຽງຂວາງວ່າ: ແມ່ນໃຜທີ່ຝັງຄວາມເຈັບປວດ ໄວ້ໃຫ້ຄົງໃນຂົງເຂດນີ້ຕອ້ງຫລັ່ງນ້ຳຕາແລະຢາດເລືອດ,ບາບມີຈິງແທ້​​ເບາະ ! ທີ່ຈະນຳຫາຜູ້ຂາດ​ມະນຸດສະທຳ.....

THƯ VIỆN LIÊN QUAN

Để lại số điện thoại
để được Phuong Nam Education liên hệ tư vấn

Hoặc gọi ngay cho chúng tôi:
1900 7060

Gọi ngay

ĐĂNG KÝ TƯ VẤN KHÓA HỌC

Zalo chat