Bài 4: Truyện dân gian

ນິທານພື້ນບ້ານລາວ

ເລື່ອງ ພູທ້າວພູນາ

ຢູ່​ເທິງ​ບ້ານຊຽງແມນຝັ່ງຂວາຂອງແມ່ນ້ຳຂອງຕໍ່ໜ້ານະຄອນຫລວງພະບາງ ຍັງມີພູສອງໜ່ວຍທີ່ມີຮູບປະພັນສັນຖານເໝືອນມະນຸດນອນຫງາຍຢ່າງໜ້າ ອັດສະຈັນ. ໜ່ວຍໃຕ້ຮຽກວ່າພູພຸດທະເສນໜວ່ຍເໜືອຮຽກວ່າພູນາງກັງຮີຮຽກກັນຫຍໍ້ ໆວ່າ ພູທ້າວ ແລະ ພູນາງ.

ນິທາ​ນຫຍໍ້ກ່ຽວກັບພູສອງໜ່ວຍນີ້ບູຮານໄດ້ເລົ່າສືບກັນມາວ່າ: ແຕ່ກ່ອນຢູ່ບໍລິເວນອິນທະປັດຖາ ມີຄົນຕັດຟືນຜູ້ໜຶ່ງທຸກໄຮ້ເຂັນໃຈທີ່ສຸດ. ຊາຍທຸກຂະຕະຜູ້ນັ້ນມີເມຍຜູ້ໜຶ່ງ ແລະ ມີລູກສາວສິບສອງຄົນ. ດ້ວຍຄວາມທຸກຍາກຫາອັນປຽບບໍ່ໄດ້ ຊາຍຕັດຟືນຜູ້ນັ້ນຈິ່ງເອົາລູກໄປໂຜດທີ່ປ່າເສຍນາງທັງ 12 ຄົນນັ້ນກໍດັ້ນດອນຊອນປ່າໄປຈຶ່ງໄປພົບນາງຍັກຕົນຫນຶ່ງຊື່ວ່າ ສຸນທະລາ ມີລູກສາວຄົນໜຶ່ງຊື່ວ່າ ນາງກັງຮີ. ນາງຍັກແມ່ໝາຍໄດ້ເອົານາງສິບສອງນັ້ນໄປຢູ່ໃນພະລາດຊະວັງເພື່ອ ໃຫ້ຢູ່ກິນກັບລູກສາວຂອງຕົນ. ນາງທັງສິບສອງໄດ້ຢູ່ໃນວັງກັບນາງຍັກແມ່ໝ້າຍເປັນເວ ລາຫຼາຍປີຈົນໃຫຍ່ຂຶ້ນມາພໍສອນສາວ.

ວັນໜຶ່ງນາງທັງສິບສອງຄົນພາກັນລັກໜີ. ນາງຍັກກໍຕິດຕາມໄປຈວນຈະພົບແລ້ວນາງສິບສອງກໍເຂົ້າໄປລີ້ຢູ່ໃນ ປາກພະຍາງົວຕົວໜຶ່ງ. ເມື່ອຍັກກັບຄືນ​​ແລ້ວນາງສິບສອງຈຶ່ງອອກເດີນທາງຕໍ່ໄປ. ນາງສິບສອງໄປເຖິງນະຄອນຫລວງເຊິ່ງເປັນເມືອງຂອງທ້າວປາລຸທະເສນ. ພະອົງເຫັນນາງທັງຫຼາຍມີຮູບຮ່າງເນື້ອກາຍຈົບງາມກໍເອົາຂຶ້ນເປັນ ມະເຫສີ. ນາງຍັກແມ່ໝ້າຍເມື່ອໄດ້ຮູ້ຂ່າວວ່ານາງສິບສອງເປັນເທວີຂອງພະຍາປາ ລຸທະເສນແລ້ວກໍຕາມໄປ. ເມື່ອໄປໃກ້ຈະຮອດວັງຂອງພະຍາ ນາງກໍຈຳແລງຕົວເອງກາຍເປັນນາງມະນຸດທີ່ມີເນື້ອກາຍໜຸ່ມນ້ອຍ ແລະ ງົດງາມທີ່ສຸດ ແລ້ວກໍເຂົ້າໄປໃນພະລາຊະວັງ ພະຍາປາລຸທະເສນເຫັນນາງກໍຫຼົງຮັກ ກໍຍົກຂຶ້ນເປັນອັກຄະມະເຫສີອີກຄົນ. ຕໍ່ນັ້ນມາບໍ່ນານນາງຍັກກໍແກ້ງເຈັບປ່ວຍຢ່າງໜັກບໍ່ກິນເຂົ້າ ແລະ ນ້ຳຈົນຮ່າງກາຍຈ່ອຍຜອມຫ່ຽວ​​ແຫ້ງໄປ ຈິ້ງແນະນຳໃຫ້ພະຍາໄປນຳເອົາໝໍໂຫນ. ນາງຍັກຈຳແລງກາຍເປັນແມ່ໝໍໄປຢູ່ຂ້າງໜ້າ. ເມື່ອຄົນໃຊ້ໄປຫາຈິ່ງກ່າວຫາວ່ານາງສິບສອງເປັນຄົນເຂັດຄົນຂວາງ ຖ້າຂັບໄລ່ນາງສິບສອງໜີຈາກພະລາຊະວັງ ແລະ ເອົາຕາເຂົາທັງມວນມາສູ່ຂັວນ ນາງສູນທະລາຜູ້ເປັນອັກຄະມະເຫສີ ພະຍານາງຈຶ່ງຈະຫາຍບໍ່ດັ່ງນັ້ນເປັນຈັກຕາຍ​​ໄປບໍ່ສົງກາ.ດ້ວຍຄວາມ ຫຼົງຮັກນາງຍັກພະຍາຈຶ່ງສັ່ງໃຫ້ບ່າວໄພ່ເຈາະຕານາງສິບສອງແລ້ວ ເອົາພວກນາງໄປໄວ້ຖ້ຳແຫ່ງໜຶ່ງ. ນາງຍັກເມື່ອເພິ່ນເອົາຕານາງສິບສອງມາສູ່ຂວັນຕົນແລ້ວກໍສົ່ງເມືອ ໃຫ້ລູກສາວຂອງຕົນຮັກສາໄວ້ທີ່ເມືອງໄວຍະລັບປະຕິ. ນາງສິບສອງເມື່ອໄດ້ຈາກພະລາດຊະວັງຂອງພະຍາປາລຸທະເສນແລ້ວຜູ້ໃດ ກໍມີຄັນ(ຖືພາມານ)ທຸກຄົນ. ດ້ວຍການອົດອາຫານນາງສິບສອງເມື່ອຜູ້ໃດອອກລູກມາກໍຈີກປັນກັນ ກິນ. ຈະເປັນດ້ວຍການທຳກົນອຸບາຍ ຫຼື ວ່າດ້ວຍຄວາມເວດທະນາຂອງບ່າວໄພ່ສ່ວນນາງຫຼ້າເຂົາເຈາະເອົາແຕ່ຕາ ຊ້າຍເທົ່ານັ້ນ. ເມື່ອນາງທັງສິບເອັດອອກລູກ ​​ແລະ ປັນມາໃຫ້ກິນນາງກໍເອົາທ້ອນໄວ້ບໍ່ກິນ. ພາຍລຸນມາເມື່ອນາງອອກລູກກໍເອົາເນື້ອຂອງລູກທັງສິບເອັດທີ່ທ້ອນ ໄວ້ນັ້ນແຈກຢາຍໃຫ້ພວກເອື້ອຍກິນບອກວ່າເປັນພູດລູກຂອງຕົນຕາຍ ແລະ ເປື່ອຍເນົ່າອອກມາແຕ່ໃນທ້ອງ. ຕໍ່ນັ້ນມາແມ່ໄກ່ປ່າຕົວໜຶ່ງທີ່ມີໃຈເມດຕາປານີ ກໍຊອກເຂົ້າເປືອກມາລ້ຽງທ້າວນ້ອຍ ແລະ ນາງສິບສອງຄົນວັນລະເລັກລະນ້ອຍ ພໍບໍ່ໃຫ້ຕາຍ.

ເມື່ອເຖິງທ້າວນ້ອຍໃຫຍ່ຂຶ້ນມານາງຫຼ້າກໍບອກເລົ່າແກ່ນາງສິບ ເອັດວ່າລູກຂອງຕົນຍັງຢູ່. ທ້າວນ້ອຍອອກຈາກຖ້ຳໄປທ່ຽວຕາມໝູ່ບ້ານໃກ້ຄຽງໂດຍຈັບເອົາໄກ່ ເຖື່ອນໂຕແຂງແຮງໄປຕີກັບໄກ່ເດັກນ້ອຍຊາວບ້ານ. ພໍຕາເວັນລົງແລງ ຝູງເດັກນ້ອຍກໍເອົາເຂົ້າ ແລະ ນ້ຳໃຫ້ ແລ້ວກໍຫາບມາສູ່ນາງສິບສອງຄົນກິນ. ວັນໜຶ່ງທ້າວນ້ອຍໄດ້ໄປຫຼິ້ນ ໝາກຮຸກໝາກສະກາໃນນະຄອນຫຼວງ ເຊິ່ງເປັນເມືອງພະຍາພໍ່ແຫ່ງຕົນ ປາລຸທະເສນໄດ້ຊົງຊາບວ່າທ້າວນ້ອຍເປັນຜູ້ຊຳນານການຫຼິ້ນ ຈຶ່ງຮຽກທ້າວນ້ອຍມາຫຼິ້ນໝາກຮຸກໝາກສະການຳ. ພະອົງໄຕ່ຖາມເຖິງໂຄດວົງທ້າວນ້ອຍໄດ້ທູນຕອບວ່າ: ຕົນເປັນລູກຂອງນາງຈັນທະປະທຸມ ນ້ອງຫຼ້າຂອງນາງສິບເອັດພະຍາຈຶ່ງຮູ້ຈັກວ່າເປັນລູກຂອງຕົນ. ນັບແຕ່ວັນນັ້ນຕໍ່ໄປພະຍາປາລຸທະເສນກໍຊົງຊັກຊວນທ້າວນ້ອຍໃຫ້ມາ ຢູ່ໃນພະລາດຊະວັງນຳພະອົງ. ທ້າວນ້ອຍກໍມາຕາມຄວາມປະສົງຂອງພະຍາ ແຕ່ວ່າໄດ້ລອບເອົາເຂົ້າປາອາຫານໄປລ້ຽງນາງສິບສອງຢູ່ບໍ່ຂາດວັນ. ພະຍາປາລຸທະເສນໄດ້ຕັ້ງຊື່ໃຫ້ທ້າວນ້ອຍວ່າ ພຸດທະເສນ.

ຕໍ່ມາບໍ່ນານ ນາງຍັກຜູ້ຈຳແລງຕົວເປັນອັກຄະມະເຫສີຂອງພະຍາ ກໍຮູ້ວ່າທ້າວພຸດທະເສນເປັນລູກຂອງນາງຫລ້າຈຶ່ງຊອກຂ້າທ້າວນ້ອຍ ດ້ວຍເລ່ກົນອຸບາຍ. ນາງຈຶ່ງແກ້ງທຳເປັນຄົນປ່ວຍຢ່າງໜັກອີກ ແລ້ວທູນພະຍາວ່າ ມີແຕ່ຢາເຊິ່ງຢູ່ໃນເມືອງໄວຍະລັບປະຕິຄືເມືອງເດີມຂອງນາງຢ່າ ງດຽວຈະເອົາຊີວິດຂອງນາງໄວ້ໄດ້ ແລະ ຜູ້ທີຈະໃຊ້ໃຫ້ໄປເອົາຢານັ້ນນາງແລເຫັນແຕ່ທ້າວພຸດທະເສນຄົນດຽວ ເຊິ່ງສາມາດ. ພະຍາກໍສັ່ງ ທ້າວພຸດທະເສນ ໄປເອົາຢາຕາມຄຳປະສົງຂອງນາງຍັກ. ທ້າວພຸດທະເສນ ເລືອກເອົາມ້າຕົວໜຶ່ງທີ່ແຂງແຮງທີ່ສຸດເຫາເຫີເດີນອາກາດໄດ້. ກ່ອນຈະອອກເດີນທາງໄປນາງຍັກໄດ້ມອບໜັງສືໃຫ້ທ້າວສະບັບຫນຶ່ງແລ້ວ ກ່າວວ່າໃຫ້ເຈົ້າເອົາໜັງສືສະບັບນີ້ເມືອໃຫ້ນາງກັງຮີ ຜູ້ເປັນລູກສາວຂອງຕົນ. ເມື່ອນາງໄດ້ອ່ານໜັງສືນີ້ແລ້ວເຈົ້າຈະໄດ້ຮັບສິ່ງເພິ່ງພໍໃຈຂອງ ເຈົ້າເປັນອັນມາກ. ທ້າວພຸດທະເສນຮັບເອົາໜັງສືຈາກນາງຍັກ,ແລ້ວກໍອອກເດີນທາງໄປ ວັນໜຶ່ງໃກ້ຈະຮອດເມືອງໄວຍະລັບປະຕິ ເຫດວ່າທ້າວເດີນທາງອິດອ່ອນຫນັກ ເມື່ອມາຮອດອາສົມລືສີແຫ່ງໜຶ່ງທ້າວກໍລົງຈາກມ້າເພື່ອເຊົາ ເມື່ອຍເອົາແຮງຢູ່ກ້ອງຕົ້ນໂພໄຊ ແລ້ວທ້າວ ແລະ ມ້າ ກໍພາກັນ​​ເຊືອບຫຼັບໄປ. ລືສີໄດ້ມາພົບ ແລະ ເຫັນກັບຫນັງສືມັດແຂວນຄໍມ້າກໍມີຄວາມສົນໃຈຈຶ່ງຕັດເຊືອກເອົາ ຫນັງສືອອກມາອ່ານມີໃຈຄວາມວ່າ: ດູລາ ນາງກັງຮີຄັນວ່າຊາຍນ້ອຍຜູ້ນີ້ໄປຮອດໄປເຖິງເມື່ອໃດ ມຶງນາງຈົ່ງກິນຊາຍນ້ອຍຄົນນີ້ເສຍຢ່າໄວ້. ລືສີເຫັນໄພອັນຕະລາຍຈະມາເຖິງທ້າວນ້ອຍຈຶ່ງລຶບເນືອຄວາມທີ່ກ່າວ ມານີ້ແລ້ວແກ້ດ້ວຍເນື້ອຄວາມໃໝ່ວ່າ: ຊາຍນ້ອຍຜູ້ນີ້ ເປັນລູກແຫ່ງນາງສູນທະລາ ຫາກໄດ້ສົ່ງມາໃຫ້ເປັນຜົວແຫ່ງມຶງນາງ ຄັນວ່າຊາຍຫາກມາເຖິງເມື່ອໃດໃຫ້ມຶງນາງແຕ່ງແປງຕ້ອນຮັບ ແລ້ວໃຫ້ນາງອາພິເສກເອົາທ້າວເປັນເຈົ້າເປັນຜົວໂດຍສະຫວັດດີ ເທີ້ນ.

ທ້າວພຸດທະເສນເດີນທາງຕໍ່ໄປຮອດເມືອງໄວຍະລັບປະຕິ ນາງກັງຮີ ເປີດນັງສືຂອງ​​ແມ່ອອກມາອ່ານ ແລ້ວກໍຮັບເອົາທ້າວພຸດທະເສນດ້ວຍຄວາມພໍໃຈເພາະທ້າວມີຮູບໂສມຕະ ໂນມພັນອັນງົດງາມມາກ ເວລາເອົາກັນແລ້ວ ນາງກັງຮີ ກໍພາຜົວຂອງຕົນໄປຊົມສວນອຸທິຍານ ແລະ ​​ແນະນຳໃຫ້ຮູ້ຂອງດີວິເສດທຸກສິ່ງທຸກປະການເປັນຕົ້ນວ່າຫວ້ານຫຼາຍ ຊະນິດເມື່ອຂວ່າງໄປເປັນ ປ່າໄຜ່ໜາມ ເປັນໜອງ ເປັນໄຟເຜົາແຜ່ນດິນເປັນແມ່ນ້ຳໃຫຍ່ ແລະ ຢ່າງອື່ນໆ. ຮູ້ດັ່ງນັ້ນແລ້ວ ທ້າວພຸດທະເສນ ກໍດີໃຈຈຶ່ງຊອກຊ່ອງທາງຈະລັກໜີຈາກນາງກັງຮີກັບໄປນະຄອນຫຼວງ. ວັນໜຶ່ງທ້າວໄດ້ສັ່ງໃຫ້ນາງກັງຮີຈັດການຫຼິ້ນມະຫໍລະສົບຄົບງັນໃຫ້ ບ່າວໄພ່ທັງເມືອງໄດ້ຊຸມເຂົ້າຊຸມເຫຼົ້າຊື່ນມ່ວນ. ສ່ວນທ້າວກໍເອົາເຫຼົ້າແຈກນາງກັງຮີຫຼາຍໆເມົາເຫຼົ້າແລ້ວກໍພາກັນ ນອນລັບໄປຢ່າງບໍ່ຮູ້ເມື່ອຄີງ. ທ້າວພຸດທະເສນ ເຫັນ ນາງກັງຮີແລະໄພ່ພົນຍັກນອນງຽບສະຫງັດແລ້ວທ້າວກໍເຂົ້າໄປເອົາ ກົງໃຈຂອງນາງຍັກສຸນທະລາ ເອົາຕານາງສິບສອງ ເອົາໝາກເວີ້ຮູ້ຫາວໝາກນາວຮູ້ໂຫ່ແລ້ວຫວ້ານດີວິເສດຫຼາຍຊະນິດ. ຈາກນັ້ນທ້າວກໍຂຶ້ນຂີ່ມ້າລັກໜີໄປກາງຄືນ. ເມື່ອນາງກັງຮີ ສວ່າງເຫຼົ້າຮູ້ສຶກຕົວຄືນມາ ຊອກຫາຜົວບໍ່ເຫັນກໍເອົາລິພົນອອກຕິດຕາມທ້າວພຸດທະເສນເຫັນ ດັ່ງນັ້ນກໍເອົາຫວ້ານດີວິເສດຂວ່າງໄປເກີດເປັນປ່າໄຜ່ໜາມ ເປັນໜອງ ເປັນໄຟເຜົາແຜ່ນດິນຕັນທາງທີ່ນາງຈະຕິດຕາມມາ. ນາງກໍເອົາລິພົນຟັນປ່າໄຜ່ຖົມໜອງ ແລະ ມອດໄຟຕິດຕາມມາໄດ້. ທ້າຍສຸດ ທ້າວກໍເອົາຫວ້ານຊະນິດໜຶ່ງຂວ່າງ​​ໄປເປັນແມ່ນ້ຳໃຫຍ່ ມີພຸເຝືອນແປວໄຫລຟອງຟາດຢ່າງຮ້າຍແຮງ. ນາງກັງຮີເມື່ອມາເຖິງແຄມນ້ຳນີ້ກໍຕິດຕາມໄປບໍ່ໄດ້ນາງຈຶ່ງເອີ້ນ ຫາຜົວໃຫ້ກັບຄືນດ້ວຍຄວາມສະເໜ່ຫາຮັກທ້າວບໍ່ກັບ ນາງຈິ່ງເອົາໄພ່ພົນກັບຄືນມາສູ່​​ເມືອງແຫ່ງຕົນ ນາງມີຄວາມໂທມະນັດຄັບແຄ້ນແໜ້ນຫົວໃຈເປັນທີ່ສຸດ ບໍ່ກິນເຂົ້ານ້ຳ ແລະ ອາຫານ ແລ້ວກໍເສຍຊີວິດໄປ ກ່ອນໃຈຈະຂາດນາງໄດ້ໄຫວ້ວອນເທວະດາ ຂໍຜູກກຳໝາຍເວນແກ່ຜົວຂໍໃຫ້ຜົວໄດ້ຕາຍຍ້ອນຄວາມສະເໜ່ຫາຮັກ ເໝືອນດັ່ງນາງ. ທ້າວພຸດທະເສນເມື່ອໄປຮອດນະຄອນຫຼວງແລ້ວກໍໄປສູ່ທີ່ຢູ່ ມ່ ແລະ ປ້າຂອງຕົນ, ເອົາໝາກເວີ້ຮູ້ຫາວໝາກ ນາວຮູ້ໂຫ່ບີບໃສ່ໜ່ວຍຕານາງສິບສອງແລ້ວກໍຮຸ່ງແຈ້ງດັ່ງເດີມ. ເສັດແລ້ວທ້າວກໍເຂົ້າໄປໄຫວ້ພະຍາພໍ່ແຫ່ງຕົນໃນພະລາດຊະວັງ. ນາງຍັກສູນທະລາມາບເຫັນທ້າວ ກໍອັດສະຈັນເພາະວ່າໂຕໄດ້ຂຽນໜັງສືໃຫ້ ນາງກັງຮີ ຈີກກິນທ້າວແລ້ວ ເປັນປະການໃດຈຶ່ງບໍ່ກິນ ແລະ ກັບຄືນມາໄດ້ ດ້ວຍຄວາມພິໂລດໂກດແຄ້ນ ນາງຈິ່ງກາຍເປັນຮູບຍັກເໝືອນເດີມແລ້ວກໍໂດດໄປຫວັງຈະຈີກກິນທ້າວ ພຸດທະເສນ. ທ້າວກໍເອົາດາບຕັດກົງໃຈຂອງນາງຍັກໃຫຍ່ໃຫ້ຂາດ. ກ່ລົ້ມ ຕາຍໄປໃນຂະນະນັ້ນ. ເມື່ອນາງຍັກສູນທະລາຕາຍແລ້ວ ທ້າວພຸດທະເສນກໍໄປເອົາຍັງແມ່ ແລະ ປ້າແຫ່ງຕົນກັບເຂົ້າມາ​​ໃນພະລາດຊະວັງນຳພະຍາພໍ່ດັ່ງເດີມ. ເສັດແລ້ວທ້າວກໍລາພະຍາຕົນພໍ່​​ແມ່ ແລະ ປ້າກັບຄືນເມືອຫາ ນາງກັງຮີຜູ້ເປັນເມຍພໍໄປເຖິງເມືອງ​​ໄວຍະລັບປະຕິກໍ​​ເຫັນນາງ ກັງຮີຕາຍຢູ່. ດ້ວຍຄວາມຜູກກຳໝາຍເວນຂອງນາງດັ່ງກ່າວແລ້ວ ທ້າວກໍເກີດຄວາມສະເໜ່ຫາຮັກນາງຢ່າງທີ່ສຸດມີຄວາມຄັບແຄ້ນແໜ້ນໃຈ ບໍ່ອາດຈະຕັ້ງຕົນຢູ່ໄດ້ຈຶ່ງສະຫຼົບທົບທ່າວລົງແລ້ວກໍຂາດໃຈຕາຍ ນຳນາງກັງຮີ. ເມື່ອທ້າວພຸດທະເສນຕາຍໄປນັ້ນໄດ້ເອົາຫົວໝູນຕີນນາງກັງຮີຢູ່ ເທບໄທ້ຢູ່ເທິງສະຫວັນຫຼິງເປັນດັ່ງນັ້ນ ຈຶ່ງພິຈາລະນາເຫັນວ່າເປັນຂອງບໍ່ຄວນດ້ວຍຕໍ່ໄປໃນພາຍໜ້າຜູ້ຍິງຈະ ຂົ່ມຜູ້ຊາຍເກີນໄປ ຈຶ່ງລົງມາຕ່າວສົບ​​ເຂົາທັງສອງໂດຍການເອົາສົບນາງກັງຮີເປັນຝ່າ ຍໝູນຕີນທ້າວ.

ລາວບູຮານຈົນໄດ້ເລົ່າສືບກັນມາວ່າສົບທ້າວພຸດທະເສນ ແລະ ນາງກັງຮີໄດ້ກາຍມາເປັນ ພູທ້າວ ແລະ ພູນາງ. ບ່ອນລືສີຕັດເຊືອກເອົາໜັງສືອອກຈາກຄໍມ້າແລ້ວແກ້ໄຂໃຈຄວາມນັ້ນ ແມ່ນ ຜາຕັດແກ້ ເຊິ່ງຢູ່ຝັ່ງຂວາແມ່ນ້ຳຂອງຕໍ່ໜ້ານະຄອນຫຼວງພະບາງ ສວນອຸທິຍານນາງກັງຮີນັ້ນວ່າແມ່ນທີ່ດິນຄ້າຍທະຫານໃນເວລານີ້. ຊຶ່ງແຕ່ກ່ອນຮຽກວ່າສວນແຖນມີພຶກສາໝາກໄມ້ອັນກິນແຊບຫຼາຍປະການ ແລະ ມີດອກໄມ້ອັນງົດງາມລາຍຊະນິດເປັນບ່ອນສຳລານພານໃຈມາກໜັກ. ເມື່ອທ້າວພຸດທະເສນເກັບເອົາໝາກເວີ້ຮູ້ຫາວໝາກນາວຮູ້ໂຫ່ ນັ້ນທ້າວຟ້າວຟັ່ງໄປທີ່ສຸດໝາກໄມ້ເຫຼົ່ານັ້ນກໍເຮ່ຍຮວາຍໄປຈຶ່ງກາຍ ເປັນຫາດໝາກນາວໃນກາລະບັດນີ້. ວິນຍານຂອງນາງກັງຮີຕາມທີ່ເລົ່າກັນມາກໍຍັງມາສູນນາງທຽມທີ່ ບ້ານຊຽງແມນຈົນກາລະບັດ​ນີ້.

 

Liên hệ với chúng tôi để được tư vấn và đăng ký khóa học:

PHUONG NAM EDUCATION

357 Lê Hồng Phong, Phường 2, Quận 10, TP. HCM

Tel: 028. 3925. 6284 - 028. 3925. 9688

Hotline1900 2615 - 028 3622 8849

Email: info@hoctienglao.vn

THƯ VIỆN LIÊN QUAN

ĐĂNG KÝ TƯ VẤN KHÓA HỌC

Zalo chat