Hội nhập di sản thế giới

ການເຂົ້າເປັນມໍລະດົກໂລກ

inscript41 s  ເພື່ອເຮັດໃຫ້ ການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກຫຼວງພະບາງ ໃຫ້ມີຄວາມ ຍືນຍົງ, ໃນປີ1993 ລັດ ຖະບານລາວ ໄດ້ມີຄວາມມຸ້ງມາດປາຖະໜາ ເອົາເມືອງຫຼວງພະບາງ ເຂົ້າຢູ່ພາຍໃຕ້ ການອຸປະຖຳ ຂອງ ອົງການUNESCO.
   
ຫຼວງພະບາງ ໄດ້ຮັບການຈົດເຂົ້າເປັນມໍລະດົກຂອງໂລກ ໃນວັນທີເດືອນທັນວາ ປີ 1995 ຢູ່ທີ່ກອງປະຊຸມ ຄະນະກໍາມະການ ມໍລະດົກໂລກ ຄັ້ງທີ່19 ທີ່ ເມືອງແບກແລງປະເທດ ສາທາລະນະລັດ ເຢຍລະມັນ.ເມືອງຫຼວງພະບາງ ຖືກຮັບຮູ້ " ເປັນເມືອງທີ່ສະແດງໃຫ້ເຫັນ ເຖິງ ຄວາມພິເສດ ໃນການປະສົມປະສານ ກົມກຽວກັນ ຂອງສະຖາປັດຕິຍະກຳ ແບບດັ່ງເດີມ ແລະ ໂຄງສ້າງ ຜັງເມືອງ ທີ່ຖືກສ້າງຂື້ນໃນສະຕະວັດທີ່19 ແລະ20ສະໄໝຫົວເມືອງຂຶ້ນ ຂອງເອີຣົບ. ສິ່ງທີ່ເປັນເອກະລັກສະເພາະ ຂອງຕົວເມືອງ ແມ່ນ ໄດ້ຖືກປົກປັກຮັກສາ ເປັນຢ່າງດີຊື່ງສະແດງເຖິງ ຍຸກສະໃໝ ທີ່ສຳຄັນ ໃນການປະສານກົມກຽວຂອງສອງປະເພນີວັດທະນະທຳທີ່ແຕກຕ່າງກັນ''.

inscript4 sinscript42 sinscript43 s

ມາດຕະເກນ ມໍລະດົກ ທາງດ້ານວັດທະນະທໍາ ທີ່ທາງ ຄະນະກໍາມະການ ມໍລະດົກໂລກ ໄດ້ກໍາໜົດໃຫ້ແກ່ ຫຼວງພະບາງ ເປັນມໍລະດົກໂລກ ແມ່ນ:

criteria2scriteria5 2sinscript5 s  ມາດຕະເກນ (ii): ຫຼວງພະບາງ ໄດ້ສະທ້ອນໃຫ້ເຫັນ ເຖິງ ການ ປະສົມປະສານແບບ ພິເສດຂອງ ສະຖາປັດ ຕະຍະ ກຳລາວດັ້ງເດີມ ແລະ ອາຄານແບບອານາ ນິຄົມ ຂອງ ເອີຣົບ ໃນສັດຕະວັດທີ XIX ແລະ XX.

ມາດຕະເກນ (iv) : ຫຼວງພະບາງໄດ້ເປັນຕົວຢ່າງ ທີ່ໂດດ ເດັ່ນ ຂອງສະຖາປັດຕະຍະກຳທີ່ສ້າງຂຶ້ນມາໄດ້ຫຼາຍ ສັດຕະ ວັດ ຊື່ງ ຮວບຮວມເອົາ ສະຖາປັດຕະຍະ ກຳຂອງ ອາຄານສາດສະໜາອາຄານແບບ ພື້ນເມືອງ ແລະ ອາຄານຍຸກອານານິຄົມ.

ມາດຕະເກນ (v): ທິວທັດ ທີ່ເປັນເອກະລັກ ຂອງຕົວເມືອງ ຫຼວງພະບາງໄດ້ຖືກຮັກສາໄວ້ເປັນຢ່າງດີ ທີ່ສະແດງໃຫ້ເຫັນເຖິງ ຍຸກທີ່ສຳຄັນ ໃນການເຊື່ອມຍົງ ຂອງ ສອງ ວັດທະນະທຳ ປະເພນີ ທີ່ແຕກຕ່າງກັນ.

THƯ VIỆN LIÊN QUAN

Để lại số điện thoại
để được Phuong Nam Education liên hệ tư vấn

Hoặc gọi ngay cho chúng tôi:
1900 7060

Gọi ngay

ĐĂNG KÝ TƯ VẤN KHÓA HỌC

Zalo chat