Hội nhập ACE cũng như đang bước vào cuộc cạnh tranh


ເຂົ້າສູ່ ACE ນັ້ນຄືການເຂົ້າສູ່ການແຂ່ງຂັນ
 

ຜູ້​ຂຽນ​ອ່ານໜັງສື​ພິມ​ຖານ​ເສດຖະກິດ​ຂອງ​ໄທ ສະບັບ​ອອນ​ລາຍລົງ​ວັນ​ທີ 21 ສິງຫາ 2015 ໃນ​ຫົວຂໍ້ “ລົງທຶນ​ຕ່າງ​ຊາດ ໄຫຼ​ເຂົ້າ​ເສດຖະກິດ​ພິເສດ​ຂອງ​ລາວ” ເຊິ່ງ​ຂໍ້​ມູນ​ເຂົາ​ເອົາ​ຈາກ​ໜັງສືພິມ​ວຽງ​ຈັນ​ທາຍ​​ສ​ຂອງ​ລາວ​ເຮົາ​ອ້ອຍຕ້ອຍ. - ເຂົາ​ໃຫ້​ຄວາມ​ສົນໃຈ​ເຖິງ​ເຂດ​ເສດຖະກິດ​ພິເສດ​ຂອງ​ປະເທດ​ເຮົາ ທີ່​ສາມາດ​ດຶງ​ດູດ​ນັກ​ລົງທຶນ​ຈາກ​ຕ່າງປະເທດ ໄດ້​ຫຼາຍ​ກວ່າ 200 ບໍລິສັດ ໂດຍ​ມີ​ທຶນ​ຈົດ​ທະບຽນ​ປະມານ 17 ຕື້​ກວ່າ​ໂດ​ລາ ໃນ​ນັ້ນ ມີ​ນັກ​ລົງທຶນ​ຈາກ​ປະເທດ​ຈີນ 95 ບໍລິສັດ ໄທ 17 ບໍລິສັດ ຍີ່ປຸ່ນ 14 ບໍລິສັດ ... ເຂດ​ເສດຖະກິດ​ພິເສດ ໄດ້​ສ້າງ​ງານ​ໃຫ້​ຄົນ​ລາວ​ຫຼາຍ​ສິບ​ພັນ​ຕຳແໜ່ງ​ງານ...ຂໍ້​ມູນ​ຂ້າງ​ເທິງ​ນັ້ນ ຜູ້​ຂຽນ​ຄັດ​ຈ້ອນ​ເອົາ​ບາງ​ຈຸດ​ທໍ່​ນັ້ນ​ເນີ... ສິ່ງ​ທີ່​ຍົກ​ມາ​ນີ້ ຢາກ​ໃຫ້​ເພື່ອນ​ຜູ້​ອ່ານ​ຮູ້​ວ່າ ກ່ອນ​ຈະ​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ AEC ນັ້ນ ປະເທດ​ເຮົາ​ກໍ່​ມີ​ຜົນງານ ແລະ ຄວາມ​ບຸກ​ບືນ​ຫຼາຍ​ຢ່າງ ດັ່ງ​ເຊັ່ນ: ສື່​ມວນ​ຊົນ​ປະເທດ​ໃກ້​ຄຽງ​ໃຫ້​ຄວາມ​ສຳຄັນ ແລະ ຍ້ອງຍໍ​ຊົມເຊີຍ. - ເວົ້າ​ເລື່ອງ​ການ​ດຶງ​ດູດ​ນັກ​ລົງທຶນ​ຈາກ​ຕ່າງປະເທດ​ນີ້ ກະຊວງ​ກ່ຽວຂ້ອງ ເປັນຕົ້ນ ກະຊວງ​ແຜນການ ແລະ ການ​ລົງທຶນ ເພິ່ນ​ກໍ່​ໄດ້​ວາງ​ແຜນ​ໄວ້​ວ່າ: ໃນ​ສົກ​ປີ 2016-2020 ນີ້ ເພິ່ນ​ຈະ​ສູ້​ຊົນ​ຍາດ​ແຍ່ງ​ທຶນ​ຊ່ວຍເຫຼືອ​ທາງ​ການ ເພື່ອ​ການ​ພັດທະນາຈາກ​ຄູ່​ຮ່ວມ​ພັດທະນາ​ໃຫ້​ໄດ້​ປະມານ 3.500 ລ້ານ​ໂດ​ລາ ຫຼື ສະເລ່ຍ ປະມານ 700 ລ້ານ​ໂດ​ລາ​ຕໍ່​ປີ.ເພື່ອ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ດັ່ງກ່າວ ໃຫ້​ບັນລຸ​ຕາມ​ເປົ້າ​ໝາຍ ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ ກະຊວງ​ແຜນການ ແລະ ການ​ລົງທຶນ ໄດ້​ຍົກ​ໃຫ້​ເຫັນ​ວ່າ: ຈະ​ສຸມ​ໃສ່​ສ້າງ ແລະ ປັບປຸງ​ລະບຽບ​ການ​ຈຳນວນ​ໜຶ່ງ ທີ່​ພົວພັນ​ເຖິງ​ວຽກ​ງານ​ຄຸ້ມ​ຄອງ ແລະ ນຳ​ໃຊ້​ທຶນ​ຊ່ວຍເຫຼືອ​ທາງ​ການ​ເພື່ອ​ພັດທະນາ​ໃຫ້​ເປັນ​ເອກະ​ພາບ​ກັນ ໃນ​ການຈັດຕັ້ງ​ປະຕິບັດ ໃນ​ຂອບ​ອາ​ຊຽນ ພ້ອມ​ນີ້ ​ສປປ ລາວ ກໍ່​ໄດ້​ລົງ​ນາມ​ໃນ​ສັນຍາ​ວ່າ​ດ້ວຍ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ ກັບ ​ສປ ຈີນ ສ ເກົາຫຼີ ອິນ​ເດຍ ແລະ ອົດ​ສະ​ຕຣາ​ລີ-ນິວ​ຊີ​ແລນ ເຊິ່ງ​ປັດຈຸບັນ ໄດ້​ສຳເລັດ​ຂັ້ນ​ຕອນ​ການ​ໃຫ້​ສະຕະ​ຍາ​ບັນ ແກ່​ສັນຍາ​ດັ່ງກ່າວ​ແລ້ວ ອີກ​ດ້ານ​ໜຶ່ງ​ແມ່ນ​ຈະ​ສຸມ​ໃສ່​ການ​ຮ່ວມ​ມື​ດ້ານ​ການ​ບໍລິການ ເຊິ່ງ​ເປັນ​ຂະແໜງການ​ທີ່​ສຳຄັນ​ໃນ​ຂອບ​ອາ​ຊຽນ ນັບ​ແຕ່​ປີ 1997 ເປັນຕົ້ນ​ມາ ​ສປປ ລາວ ໄດ້​ເຂົ້າ​ຮ່ວມ​ໃນ​ການ​ເຈລະຈາ ເພື່ອ​ເປີດ​ເສລີ​ດ້ານ​ການ​ບໍລິການ​ກັບ​ອາ​ຊຽນ ແລະ ມາ​ຮອດ​ປັດຈຸບັນ ກໍ່​ເປັນ​ການ​ເຈລະຈາ ພູດ​ທີ 8 ແລ້ວ ສຳລັບ ​ສປປ ລາວ ແມ່ນ​ເປີດ​ໄປ​ແລ້ວ 89 ຂະແໜງການ​ຍ່ອຍ ໃນ​ຈຳນວນ​ທັງ​ໝົດ 160 ຂະແໜງການ​ຍ່ອຍ ເຊິ່ງ​ຕາມ​ເປົ້າ​ໝາຍ​ໃນ​ປີ 2015 ຈະ​ເປີດ​ຂະແໜງການ​ບໍລິການ​ທັງ​ໝົດ 128 ຂະແໜງການ​ຍ່ອຍ. ພ້ອມ​ກັນ​ນີ້ ວຽກ​ງານ​ສົ່ງເສີມ​ການ​ລົງທຶນ​ຂອງ​ເອກະ​ຊົນ​ພາຍ​ໃນ ແລະ ຕ່າງປະເທດ ກໍ່​ຈະ​ຕັ້ງໜ້າ​ປະຕິບັດ​ກົດໝາຍ​ສົ່ງເສີມ​ການ​ລົງທຶນ ເອົາໃຈໃສ່​ວຽກ​ງານ​ຊຸກຍູ້ ສົ່ງເສີມ ແລະ ດຶງ​ດູດ​ການ​ລົງທຶນ​ໃຫ້​ໄດ້​ຫຼາຍ​ຂຶ້ນ ພ້ອມ​ທັງ​ຕິດຕາມ​ກວດກາ​ການຈັດຕັ້ງ​ປະຕິບັດ​ໂຄງການ ທີ່​ໄດ້​ຮັບ​ອະນຸຍາດ​ໄປ​ແລ້ວ ໃຫ້​ປາກົດ​ຜົນ​ເປັນ​ຈິງ ແລະ ມີ​ປະ​ສິດທິ​ຜົນ​ສູງ ຄຽງ​ຄູ່​ກັບ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ລົງທຶນ ໃຫ້​ວ່ອງໄວ​ທັນ​ກັບ​ກຳນົດ​ເວລາ ໂດຍ​ການ​ບໍລິການ​ຜ່ານ​ປະຕູ​ດຽວ ຮັບປະກັນ​ບໍ່​ໃຫ້​ມີ​ຫຼາຍ​ຂັ້ນ​ຕອນ ທີ່​ສ້າງ​ຄວາມ​ຫຍຸ້ງຍາກ​ຕໍ່​ການ​ລົງທຶນ ແຕ່​ຮັບ​ປະການ​ຄຸນະພາບ ແລະ ມີ​ຄວາມ​ບໍລິສຸດ ໂປ່ງ​ໃສ. ຢາກ​ໃຫ້​ເພື່ອນ​ຜູ້​ອ່ານ​ຮູ້​ວ່າ ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ນັ້ນ ກໍ່​ຫຼີກ​ລ່ຽງ​ບໍ່​ໄດ້ ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ນໍ ແຕ່​ພວກ​ເຮົາ​ກໍ່​ຄວນ​ພູມໃຈ​ຕໍ່​ຜົນງານ​ທີ່​ຍາດ​ມາ​ໄດ້ ຄັນ​ແມ່ນ​ຜົນງານ​ເຮົາ​ບໍ່​ພົ້ນ​ເດັ່ນ ສື່​ປະເທດ​ໃກ້​ຄຽງ​ເຂົາ​ບໍ່​ເອົາ​ຂຶ້ນ​ມາ​ເວົ້າ​ດອກ ...ເພາະວ່າ​ການ​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ AEC ນັ້ນ ຄື​ການ​ເຂົ້າ​ສູ່​ການ​ແຂ່ງຂັນ​ເນີ !





 

THƯ VIỆN LIÊN QUAN

Để lại số điện thoại
để được Phuong Nam Education liên hệ tư vấn

Hoặc gọi ngay cho chúng tôi:
1900 7060

Gọi ngay

ĐĂNG KÝ TƯ VẤN KHÓA HỌC

Zalo chat