Bài 1: Dấu thanh của Viêng chăn

  • ສຽງວັນນະຍຸດທ້ອງຖິ່ນຂອງວຽງຈັນ
     

ສຽງວຽງຈັນມີ 8 ສຽງ (ອີງຕາມກອງປະຊຸມສຳມະນາຂອງຄະນະອາຈານພາສາສາດອະດິດ ມ.ສ.ຄ ວຽງຈັນ, ເດືອນມັງກອນ ປີ 1996) ດັ່ງນີ້: 
 


1, ສຽງກາງ: ໄດ້ແກ່ອັກສອນກາງທັງ 8 ມີສະຫຼະສຽງຍາວຫຼື ຕົວສະກົດເປັນ: ງ, ນ, ມ, ຍ, ວ ເຊັ່ນ ກາ, ປີ, ບາງ, ໄປ, ຢາມ, ຕອນ...

2, ສຽງເອກ: ໄດ້ແກ່ອັກສອນສູງ, ກາງ: ຕໍ່າມີສະຫຼະສຽງຍາວ ຫຼື ຕົວສະກົດເປັນ: ງ ແລ້ວໃສ່ໄມ້ເອກເຊັ່ນ ຄ່າ, ກ່າ, ສ່າ ຄ່າງ, ກ່າງດ ຊ່າງ...

3, ສຽງຕໍ່າ: ໄດ້ແກ່ອັກສອນຕໍ່າມີສະຫຼະສຽງຍາວ ຫຼື ຕົວສະກົດເປັນບໍ່ໄດ້ໃສ່ໄມ້ຫຍັງ ເຊັ່ນ ນາ, ມີ, ນານ, ງາມ, ນອນ...

4, ສຽງສູງ: ໄດ້ແກ່ອັກສອນສູງມີສະຫຼະສຽງຍາວ ຫຼື ຕົວສະກົດເປັນ ບໍ່ໃສ່ໄມ້ຫຍັງ ແລະ ອັກສອນກາງໃສ່ໄມ້ຈັດຕະວາເຊັ່ນ: ສາ, ໜີ, ຫານ, ຝົນ, ຈ໋ອມ, ປຸ໋ມ...

5, ສຽງໂທຕໍ່າ: ໄດ້ແກ່ອັກສອນຕໍ່າມີສະຫຼະສຽງຍາວ +ຕົວອັກສອນຕາຍ ແລະ ອັກສອນຕໍ່າມີໄມ້ໂທ, ອັກສອນກາງໃສ່ໄມ້ໂທ ຫຼື ອັກສອນກາງມີສຽງຍາວ, ມີຕົວສະກົດຕາຍ+ ໃສ່ໄມ້ຕີເຊັ່ນ: ຄາດ, ຄ້າ, ກ໊າບໆ...

6, ສຽງໂທສູງ: ໄດ້ແກ່ອັກສອນກາງ-ສູງມີສະຫຼະສຽງຍາວ+ ຕົວອັກສອນຕາຍ ແລະ ອັກສອນສູງມີໄມ້ໂທເຊັ່ນ: ກາດ, ຂາດ, ສ້າ, ສ້າງ....

7, ສຽງສູງອັດ: ໄດ້ແກ່ອັກສອນກາງ-ສູງມີສະຫຼະສຽງສັ້ນ ຫຼື ສະຫຼະສຽງສັ້ນ+ຕົວສະກົດຕາຍເຊັ່ນ: ກະ, ກັດ, ສະ, ສັດ....

8, ສຽງຕໍ່າອັດ: ໄດ້ແກ່ອັກສອນຕໍ່າມີສະຫຼະສຽງສັ້ນ ຫຼື ສະຫຼະສຽງສັ້ນ+ຕົວສະກົດຕາຍ ແລະ ອັກສອນກາງມີສະຫຼະສຽງສັ້ນ+ຕົວສະກົດຕາຍ ແລະ ໃສ່ໄມ້ຕີເຊັ່ນ: ຄະມ ຄັດມ ກັ໊ດ,ປັ໊ດ.

 

Liên hệ với chúng tôi để được tư vấn và đăng ký khóa học:

PHUONG NAM EDUCATION

357 Lê Hồng Phong, Phường 2, Quận 10, TP. HCM

Tel: 028. 3925. 6284 - 028. 3925. 9688

Hotline1900 7060 - 028 3622 8849

Email: info@hoctienglao.vn

THƯ VIỆN LIÊN QUAN

Để lại số điện thoại
để được Phuong Nam Education liên hệ tư vấn

Hoặc gọi ngay cho chúng tôi:
1900 7060

Gọi ngay

ĐĂNG KÝ TƯ VẤN KHÓA HỌC

Zalo chat